ໜີຕຳຫຼວດ ໄວລຸ່ນຫົວໃສ ສ້າງເກາະທຽມນັ່ງກິນເບຍຫຼີກກົດໝາຍ
ວັນທີ່ 3 ມັງກອນ ອິນດີເພັນເດັນ ລາຍງານວ່າທີ່ເມືອງພັກຜ່ອນຕາກອາກາດທາງເກາະເໜືອຂອງນິວຊີແລນ ມີກົດໝາຍເຂັ້ມງວດເລື່ອງການດື່ມ ເຄື່ອງດື່ມແອວກໍຮໍ ໃນບ່ອນສາທາລະນະຫາກໃຜລະເມີດຈະຖືກປັບໄໝເງີນປະມານ 160$ ນັ້ນປາກົດວ່າມີກຸ່ມໄວລຸ່ນຫົວດີ ຕ້ອງການຫຼີກກົດໝາຍຈຶ່ງສ້າງເກາະທຽມນ້ອຍຂື້ນມາ ພ້ອມອ້າງວ່າເກາະນີ້ຢູ່ນ່ານນຳ້ສາກົນ ແລະ ຢູ່ນອກເຂດກົດໝາຍຫ້າມດື່ມ ເຄື່ອງດື່ມແອວກໍຮໍ.
ໄວລຸ່ນກຸ່ມດັ່ງກ່າວອາໄສຊ່ວງທີ່ນຳ້ຫຼຸດລະດັບ ແລ້ວພາກັນຂົນຊາຍ-ດິນ ໄປສ້າງເກາະໄວ້ແຕ່ວັນທີ່ 31 ທັນວາ 2017 ເພື່ອສະຫຼອງປີໃໝ່ ເຊີ່ງເກາະດັ່ງກ່າວມີເນື້ອທີ່ພຽງວາງໂຕະຕັ່ງນັ່ງໄດ້ພຽງ 8 ຄົນເທົ່ານັ້ນ. ເມື່ອຕຳຫຼວດເຫັນກໍ່ບອກແບບຕາຫຼົກວ່າ ຈັງແມ່ນຊ່າງຄິດໄດ້ ຖ້າຫາກຮູ້ແນວນີ້ອາດຈະໄປຮ່ວມນຳກໍ່ເປັນໄດ້.



Post a Comment