ເປີດເຜີຍ! ຣັດເຊຍລັກສົ່ງນໍ້າມັນໃຫ້ເກົາຫຼີເໜືອກາງທະເລ


ແຫຼ່ງລະດັບສູງດ້ານຄວາມໝັ້ນຄົງຂອງຢູໂຣບຕະວັນຕົກເຜີຍ ເຮືອບັນທຸກນໍ້າມັນຂອງຣັດເຊຍລັກຂົນຖ່າຍນໍ້າມັນເຊື້ອໄຟໃຫ້ເກົາຫຼີເໜືອກາງທະເລ ຢ່າງໜ້ອຍ 3 ຄັ້ງໃນເດືອນຕຸລາ-ພະຈິກ 2017 ທີ່ຜ່ານແລະລ່າສຸດທາງການເກົາຫຼີເໜືອປະກາດຈະບໍ່ລົ້ມເລີກພັດທະນານິວເຄຣຍ ຖ້າຫາກສະຫະລັດແລະປະເທດພັນທະມິດຍັງບໍ່ເລີກ ແບັລກເມລ໌ແລະຊ້ອມຮົບ ແຖວໜ້າປະຕູບ້ານຂອງຕົນ

ສໍານັກຂ່າວ ຣອຍເຕີລາຍງານຈາກກຸງລອນດອນ ປະເທດອັງກິດໃນວັນທີ່ 30 ທັນວາ 2017 ວ່າການຂາຍນໍ້າມັນເຊື້ອໄຟຫຼືຜະລິດຕະພັນນໍ້າມັນຈາກຣັດເຊຍ ປະເທດຜູ້ສົ່ງອອກນໍ້າມັນລາຍໃຫຍ່ອັນດັບ 2 ຂອງໂລກແລະສະມາຊິກຖາວອນທີ່ມີອໍານາດໃຊ້ສິດຢັບຢັ້ງແລະວີໂຕ້ມະຕິ ຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເປັນການລະເມີດມາດຕະການຂວໍ້າບາດຂອງອົງການສະຫະປະຊາຊາດ

ການຂົນນໍ້າມັນໃນເດືອນຕຸລາ-ພະຈິກ 2017 ທີ່ຜ່ານມາ ບົ່ງບອກວ່າການລັກຂົນສົ່ງນໍ້າມັນຈາກຣັດເຊຍໄປເກົາຫຼີເໜືອກ່ຽວພັນກັບການຂົນສົ່ງທາງທະເລ ນັບຕັ້ງແຕ່ສໍານັກຂ່າວຣອຍເຕີລາຍງານໃນເດືອນກັນຍາວ່າ ເຮືອຫຼາຍລໍາຂອງເກົາຫຼີເໜືອກໍລັງແລ່ນຊື່ຈາກຣັດເຊຍກັບສູ່ປະເທດ
ແຫຼ່ງລາຍທໍາອິດເຜີຍວ່າ ເຮືອຣັດເຊຍຫຼາຍລໍາຂົນຖ່າຍນໍ້າມັນຈາກເຮືອຂອງເກົາຫຼີເໜືອ ໃນຫຼາຍຄັ້ງໃນປີນີ້ເຊີ່ງເປັນການລະເບີດມາດຕະການຂວໍ້າບາດຂອງຢູເອັນ ແຫຼ່ງຂ່າວທີ່ 2 ເຜີຍວ່າຣັດເຊຍຄ້າຂາຍນໍ້າມັນກັບເກົາຫຼີເໜືອແຕ່ບໍ່ມີຫຼັກຖານບົ່ງບອກວ່າຣັດເຊຍກ່ຽວຂ້ອງໃນເລື່ອງນີ້
ແຫຼ່ງຂ່າວທັງ 2 ອ້າງຂໍ້ມູນຂ່າວຂອງກອງທັບເຮືອແລະຮູບຖ່າຍຈາກດາວທຽມ ສະແດງໃຫ້ເຫັນເຮືອຂອງຣັດເຊຍແລ່ນອອກຈາກທ່າເຮືອໃນເມືອງແຄມຝັ່ງມະຫາສະໝຸດປາຊີຟິກ ທາງພາກຕະເວັນອອກ ແຕ່ປະຕິເສດທີ່ຈະເຜິຍລາຍລະອຽດເພີ່ມຕື່ມ


ไม่มีความคิดเห็น