ຊາຍໜຸ່ມມາເລເຊຍ ຈັບງູເຫຼືອມໃຫຍ່ເພື່ອໄປຂາຍ ແຕ່ຖືກຮັດຕາຍເສຍຊີວິດໃນຂະນະທີ່ຂັບລົດຈັກກັບເຮືອນ


ໃນວັນທີ່ 31 ມັງກອນ 2018 ເວັບໄຊຕ໌ Straistimes ລາຍງານງານເຫດການສະເທືອນໃຈ ກໍລະນີ ທ້າວ ຊາອີມ ຄໍສນັນ ຊາຍໜຸ່ມຊາວມາເລເຊຍ ອາຍຸ 55 ປີ ຖືກງູເຫຼືອມຂະໜາດໃຫຍ່ ຄວາມຍາວ 3,5 ແມັດ ຮັດຈົນຕາຍ ຫຼັງຈາກທີ່ ລາວໄດ້ພົບເຫັນງູແລະສາມາດຈັບມັນໄດ້ ພ້ອມກັບແບກໄວ້ເທິງຫົວຂະນະທີ່ຂີ່ລົດຈັກກັບເຮືອນ ທີ່ເມືອງກົວລາ ລັງກັດ ລັດສະລັງງໍ ຂອງມາເລເຊຍ

ຈາກການເປີດເຜີຍຂອງເຈົ້າໜ້າທີ່ຕໍາຫຼວດສືບສວນໃນພື້ນທີ່ໄດ້ວ່າ ຊາຍຄົນນີ້ໄດ້ຕົກຈາກລົດຈັກທີ່ລົ້ມຢູ່ຂ້າງທາງ ໃນໝູ່ບ້ານແຫ່ງໜື່ງ ຫຼັງຈາກນັ້ນງູເຫຼືອມຕົວໃຫຍ່ຍັກນີ້ເລີ່ມຮັດຄໍລາວ ໂດຍຄົນຜ່ານໄປມາເລົ່າຄືກັນເລີຍວ່າ ພວກເຂົາເຫັນ ທ້າວ ຊາອີມ ຄໍສນັນ ດີ້ນພະຍາຍາມຕໍ່ສູ້ກັບງູ ຢູ່ແຄມທາງ ຈື່ງພະຍາຍາມເຂົາໄປຊ່ວຍປາກົດວ່າ ທ້າວ ຊາອີມ ຄໍສນັນ ໄດ້ເສຍຊີວິດກ່ອນ ຂະນະທີ່ຊາວບ້ານຍັງເລົ່າວ່າ ພວກເຂົາໄດ້ພາກັນຂ້າງູເຫຼືອມຕົວນີ້ເພື່ອໃຫ້ມັນຍອມຢຸດຮັດ
ແນວໃດກໍຕາມເຈົ້າໜ້າທີ່ຍັງສົ່ງສົບ ທ້າວ ຊາອີມ ຄໍສນັນ ໄປໃຫ້ໂຮງໝໍຊອກຫາສາເຫດການຕາຍເພີ່ມຕື່ມ


ไม่มีความคิดเห็น