ຄຸນປະໂຫຍດຂອງຜັກກາດຂາວ


 ຜັກກາດຂາວມີເສັ້ນໃຍສູງບໍ່ລະລາຍນໍ້າ ແຕ່ຈະໂພງຕົວເມື່ອມີນໍ້າ ສາມາດເກັບນໍ້າໄດ້ດີ ຊ່ວຍເພີ່ມປະລິມານກາກອາຫານກະຕຸ້ນການເຄື່ອນໄຫວຂອງລໍາໄສ້ ເຮັດໃຫ້ກາກຂອງອາຫານອ່ອນນຸ່ມ ຊ່ວຍແກ້ອາການທ້ອງເຈັບ(ທ້ອງທຽວ)ມີສັບພະຄຸນຊ່ວຍປ້ອງກັນໂລກມະເລັງລໍາໃສ້


ໃນປະເທດສະຫະລັດອາເມຣິກາມີການກໍານົດໃຫ້ເພດຊາຍສູງອາຍຸ ຄວນຮັບປະທານປະມານ ເສັ້ນໃຍອາຫານປະມານ 18 ກຣາມຕໍ່ວັນ ແລະສໍາລັບໄວໜຸ່ມສາວຄວນຮັບປະທານປະມານ 20-25 ກຣາມຕໍ່ວັນ ແຕ່ຖ້າຫາກຮັບປະທານໃນປະລິມານທີ່ຫຼາຍຈະບໍ່ຂ່ວຍໃຫ້ຫຼຸດຄວາມສ່ຽງການເກີດເປັນມະເລັງແຕ່ຈະຊ່ວຍໃຫ້ລະບົບຂັບຖ່າຍດີຂື້ນຫຼາຍ

ไม่มีความคิดเห็น