ບອມ-ໄຊໂຄນ ພາຍຸຫິມະ ອາກາດສຸດໜາວຖະຫຼົ່ມອາເມຣິກາຕາເວັນອອກສຽງເໜືອ (ຄລິບຂ່າວ)


ເອເອຟພີລາຍງານວ່າ ຄົນອາເມຣິກາຫຼາຍລ້ານຄົນພົບກັບປະກົດການ ບອມ-ໄຊໂຄນ ຫຼື ອາກາດອຸ່ນກັບອາກາດເຢັນ ປະທະກັນກ່ອນລວມກັນເປັນມວນອາກາດທີ່ໜາວຈັດຢ່າງໄວວາ ເຮັດໃຫ້ອຸນຫະພູມຫຼຸດລົງຢ່າງໄວວາ ພາຍຸຫິມະປົກຄຸມພື້ນທີ່ທາງຕາເວັນອອກສຽງເໜືອ.

ຈາກສະພາບການດັ່ງກ່າວເຮັດໃຫ້ສາຍການບີນຕ່າງໆຕ້ອງຍົກເລີກ ໂຮງຮຽນແຫ່ງຕ່າງໆພາກັນປິດໄປແລ້ວໃນ 15 ລັດ ແລະ ກອງປະຊຸມວຸດທິສະພາສະຫະລັດກໍ່ຕ້ອງຍົກເລີກໄປເຊັ່ນກັນ ເຊີ່ງຈາກອາທິດທີ່ຜ່ານມາແມ່ນມີຜູ້ເສຍຊີວິດແລ້ວ 12 ຄົນ.


ไม่มีความคิดเห็น