ຈີນເຕືອນສະຫະລັດ!!ຢ່າບຸກລຸກນ່ານນໍ້າອີກ ຫຼັງຈາກນີ້ຈີນຈະເຮັດທຸກຢ່າງເພື່ອຮັກສາອະທິປະໄຕ


ສໍານັກຂ່າວຕ່າງປະເທດລາຍໃນວັນທີ່ 20 ມັງກອນ 2018 ກໍລະນີກະຊວງຕ່າງປະເທດຈີນ ໄດ້ເຜີຍແຜ່ຖະແຫຼງການທາງເວັບໄຊຂອງກະຊວງວ່າ ລັດຖະບານຈີນກ່າວຫາເຮືອພິຄາດ ຢູເອສເອສ ອອພເພີ ຂອງສະຫະລັດ ໄດ້ທໍາການລໍ້ານ່ານນໍ້າຂອງສະຫະລັດ ໄດ້ບຸກລຸກນ່ານນໍ້າຂອງຈີນໃນທະເລຈີນໃຕ້ໂດຍບໍ່ຂໍອະນຸຍາດກ່ອນ ໂດຍເຫດການດັ່ງກ່າວເກີດຂື້ນໂດຍໃນຊ່ວງຂອງວັນທີ່ 17 ມັງກອນ 2018 ນອກຈາກນັ້ນແລ້ວຖະແຫຼງການໄດ້ລະບຸວ່າຈະດໍາເນີນມາດຕະການທຸກຢ່າງທ່ຈໍາເປັນເພື່ອໃຫ້ໝັ້ນໃຈວ່າອະທິປະໄຕຂອງຈີນຈະໄດ້ຮັບການປ້ອງກັນຢ່າງເຕັມທີ່


ໃນຄືນວັນທີ່ 17 ມັງກອນ 2018 ເຮືອຮົບສະຫະລັດບຸກລຸກໂດຍການແລ່ນເເລ່ນໃນໄລຍະ 12 ໄມລ໌ທະເລຈາກເກາະຮວງຫຍານເປັນອານາເຂດພິພາກໃນທະເລຈີນໃຕ້ທີ່ປະເທດຈີນແລະຟິລິບປິນອ້າງກໍາມະສິດທັບຊ້ອນ
ໜ່ວຍງານຮັກນ່ານນໍ້າຂອງກອງທັບຈີນສັ່ງໃຫ້ເຮືອຮົບສະຫະລັດຖອນອອກຈາກນ່ານນໍ້າດັ່ງກ່າວຫຼັງຈາກຮູ້ຊັດເຈນວ່າເປັນເຮືອຮົບສະຫະລັດ ພ້ອມກ່າວຫາສະຫະລັດບຸກລຸກອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນແລະກະທົບຕໍ່ຄວາມປອດໄພນາວິກໂຍທິນຂອງຈີນທີ່ປະຈໍາໃນບໍລິເວຍນດັ່ງ

ສ່ວນສະຫະລັດວິຈານລັດຖະບານຈີນວ່າກໍ່ສ້າງເພາະທຽມຫຼາຍແຫ່ງແລະຈັດຕັ້ງຖານທັບໃນພື້ນທີ່ທະເລຈີນໃຕ້ ເຊິ່ງການກະທໍາຂອງຈີນກະທົບຕໍ່ເສລີພາບການເດີນເຮືອ ສະຫະລັດ ບໍ່ນອມຮັບກັບສິ່ງທີ່ຈີນກະທໍາ ຈຶ່ງໄດ້ສົ່ງເຮຶອລາດຕະເວນເຂົ້າໄປໃນພື້ນທີ່ໂດຍອ້າງເສລີພາບການເດີນເຮືອ





ທາງດ້ານກະຊວງປ້ອງກັນປະເທດຈີນຢໍ້າໃນຖະແຫຼງການສະບັບນີ້ວ່າສະຫະລັດສົ່ງເຮືອຮົບເຂົ້າໄປໃນບໍລິເວນອານາເຂດພິພາກໃນທະເລຈີນໃຕ້ມາຫຼານຄັ້ງແລ້ວເຊິ່ງກະທົບທັງາັນຕິພາບແລະຄວາມໝ້ນຄົງໃນພູມິພາກແລະຕໍ່ສໍາພັນຈີນ-ສະຫະລັດອີກດ້ວຍ

ไม่มีความคิดเห็น