ຫໍພິພິທະພັນສະເໜີໃຫ້ຢືມ ຊັກໂຄກທອງຄໍາ ແກ່ໂດນັລ ທຣໍ້າ ຜູ້ນໍາສະຫະລັດ
ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່
26 ມັງກອນວ່າ ຫົວໜ້າຜູ້ດູແລຫໍພິພິທະພັນກຸກເກນໄຮມ໌ແຫ່ງນະຄອນນິວຢອກໄດ້ສະເໜີໃຫ້ຢືມ
ສຸຂະພັນທອງຄໍາ ເຊິ່ງມີຄົນໃຊ້ບໍລິການໄປແລ້ວ 1 ແສນຄົນໃຫ້ກັບປະທານາທິບໍດີໂດນັລ ທຣໍ້າ
ໂດຍສະແດງເຈດຈໍານົງດັ່ງກ່າວດ້ວຍສົ່ງອີເມວໃນວັນທີ່ 15 ກັນຍາ ປີທີ່ແລ້ວເຖິງເຈົ້າໜ້າທີ່ລັດຖະບານສະຫະລັດ
ໃນຂະນະນີ້ໂຄສົກຂອງຫໍພິພິທະພັນຍັງບໍ່ອອກມາສະແດງຄວາມຄິດເຫັນໃດໆແລະເຈົ້າໜ້າທີທໍານຽບຂາວກໍຍັງບໍ່ອອກມາສະແດງຄວາມຄິດເຫັນຫຍັງ ສຸຂະພັນທອງຄໍານີ້ເປັນຜົນງານຂອງສີນລະປິນອີຕາລີ
ເຮັດຈາກຄໍາ 18 ເຄ ສາມາດໃຊ້ງານໄດ້ຈິງມີຊື່ເອີ້ນວ່າ America ຈັດສະແດງໃນປີ 2016 ຫໍພິພິທະພັນກຸກເກນໄຮມ໌


Post a Comment