ເຮືອບິນໂດຍສານຂອງສາຍການບິນຊື່ດັງ ເກີດອຸປະຕິເຫດປະຕູເຮືອບິນຫຼຸດອອກ ຂະນະກໍາລັງຈອດທຽບເຂົ້າຫາທາງຍ່າງ
ສໍານັກຂ່າວຕ່າງປະເທດລາຍໃນວັນອາທິດທີ່ຜ່ານມາໃນສະໜາມບິນນານາຊາດສິງກະໂປຊາງງີ
ເຮຶອບິນໂດຍສານໂບອີ້ງ787 ຂອງສາຍການບິນສະກູ໊ດ ເກີດຕໍາປະທະເຂົ້າກັບງວງທາງຍ່າງທີ່ຣັນເວ
ເຮັດໃຫ້ປະຕູດ້ານໜ້າຂອງເຮືອບິນໄດ້ຮັບຄວາມເສຍຫາຍແລະຫຼຸດອອກ
ຫຼັງຈາກທີ່ຈອດທຽບກັບງວງທາງຍ່າງແລ້ວ ປາກົດວ່າຕົວເຮືອບິນເກີດໄຫຼເຄື່ອນທີ່
ໂດຍເປັນຈັງຫວະທີ່ງວງທາງຍ່າງເຂົ້າທຽບທ່າແລ້ວ ເຮັດໃຫ້ເກາະປະຕູເຮືອບິນອອກໄປ ເບື້ອງຕົ້ນເຊທ່ອວ່າເປັນ
ຄວາມຜິດພາດຂອງຕົວຫ້າມລໍ້ເຮືອບິນ
ແນວໃດກໍຕາມຕົວແທນຂອງສາຍການບິນໄດ້ອອກຊີ້ແຈງວ່າ
ເຫດດັ່ງກ່າວເຮັດໃຫ້ເກີດຄວາມເສຍຫາຍຕໍ່ເຮືອບິນແລະຍັງຢູ່ລະຫວ່າງການສ້ອມແປງ
ແລະບໍ່ມີການລາຍງານຜູ້ໂດຍສານໄດ້ຮັບບາດເຈັບ



Post a Comment