ມຽນມ້າ ສັ່ງຊື້ເຮືອບິນຮົບ Su-30 ຈາກຣັດເຊຍ 6 ລໍາ ພ້ອມກັບສົ່ງທະຫານ 600 ສະຫາຍໄປຮຽນການທະຫານລະດັບສູງທີມົດສະກູ
ໃນວັນທີ່ 22
ມັງການ ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່22 ມັງກອນ 2018 ກໍລະນີທາງດ້ານຣັດເຊຍໄດ້ດໍາເນີນການຈັດຫາເຮືອຮົບ
Su-30 ຈໍານວນ 6
ລໍາໃຫ້ກັບກອງທັບອາກາດມຽນມ້າ ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ເກີດຂື້ນຫຼັງຈາກລັດຖະມົນຕີກະຊວງພາຍໃນຣັດເຊຍໄດ້ເດີນທາງຢ້ຽມຢາມມຽນມ້າໃນວັນເສົາທີ່ຜ່ານມາ
ທາງດ້ານກະຊວງພາຍໃນຂອງຣັດເຊຍໄດ້ເຜີຍແຜ່ຂໍ້ມູນວ່າ
ທັງສອງຝ່າຍໄດ້ຕົກລົງຂະຫຍາຍຄວາມຮ່ວມມືໃນຫຼາຍໆດ້ານ ລວມເຖິງດ້ານເທັກໂນໂລຢີທາງທະຫານແລະການຈັດຊື້ຈັດຫາອາວຸດຍຸດໂທປະກອນ
ລວມເຖິງການຊື້-ຂາຍເຮືອບິນຮົບ Su-30 ຈໍານວນ 6 ລໍາອີກດ້ວຍ. ການຮວມມືຄັ້ງນີ້ລະຫວ່າງມຽນມ້າແລະຣັດເຊຍຖືເປັນການຮ່ວມທີ່ເພີ່ມຂື້ນເປັນປະຫວັດສາດ
ທີບໍ່ເຄີຍມີມາກ່ອນ
Su-30 ເປັນເຮືອບິນຮົບທີ່ໃຊ້ງານຫຼັກໃນກອງທັບຣັດເຊຍແລະຜ່ານການພິສູດແລ້ວວ່າເປັນເຮືອບິນຮົບທີ່ທັນສະໄໝລະດັບໂລກ
ໂດຍກອງທັບມຽນມ້າຕ້ອງການຊື້ເຮືອບິນຮົບ Su-30ເພື່ອບັນຸແທນເຮືອບິນຮົບ Mig-29 ທີ່ຊື້ຈາກປະເທດເບລາຣຸສ
ຈໍານວນ 12 ລໍາໃນປີ 2001 ເຊິ່ງໃຊ້ງານມາຄົບຮອບ 20 ປີ ທີ່ຢູ່ໃນສະພາບເຊື່ອມໂຊມ
ສີ້ນເປືອງງົບປະມານໃນການຮັກສາແລະຄ່າໃຊ້ຈ່າຍຕໍ່ທ່ຽວບິນສູງ







Post a Comment