ຣັດເຊຍ ກຽມສົ່ງມອບ ເຮືອບິນຮົບ Su-35 ໃຫ້ກອງທັບອິນໂດເນເຊຍ ທົດແທນເຮືອບິນເກົ່າຈາກສະຫະລັດ
ກອງທັບອິນໂດເນເຊຍ ຕ້ອງການຊື້ເຮືອບິນຮົບ Su-35
ເພື່ອເຂົ້າປະຈໍາການເຮືອບິນຮົບທີ່ລ້າສະໄໝຄື F-5 Tiger ທີ່ຜະລິດຈາກສະຫະລັດອາເມຣິກາ
ເຊິ່ງກອງທັບອິນໂດເນເຊຍໄດ້ໃຊ້ມາຕັ້ງແຕ່ປີ 1980 ໂດຍຂໍ້ຕົກລົງອິນໂດເນເຊຍຕ້ອງການຊື້ ເຮືອບິນຮົບ Su-35 ຈໍານວນ 11 ລໍາ
F-5 Tiger
ນອກຈາເຮືອບິນຮົບ Su-35 ອິນໂດເນເຊຍຍັງສົນໃຈ
ຈະສັ່ງຊື້ເຮືອບິນສະທ້ານນໍ້າສະທ້ານບົກ Be-200
ເພື່ອໃຊ້ໃນການຈັດການກັບພາລະກິດໄພໄໝ້ປ່າ ທີ່ເກີດຂຶ້ນໃນອິນໂດເນເຊຍທຸກປີ
ແລະນອກຈາກນິ້ຍັງໄດ້ໃຫ້ຄວາມສົນໃຈເຮືອບິນລຸ່ນອື່ນໆອີກແຕ່ຍັງບໍ່ສາມາດເປີດເຜີຍລາຍລະອຽດໄດ້
Be-200
ໃນວັນທີ່ 25 ມັງກອນ 2018
ຄະນະຜູ້ແທນຣັດເຊຍໄດ້ເດີນທາງໄປອິນໂດເນເຊຍ ເພື່ອເຈລະຈາກ່ຽວກັບການຊື້ຂາຍເຮືອບິນຮົບ Su-35
ລວມເຖິງຄວາມຮ່ວມມືທາງທະຫານໃນປະເດັນອື່ນໆອີກ
ສໍາລັບເຮືອບິນ Su-35 ມີຄວາມຄ່ອງຕົວໃນການຫຼົບຫຼີກເລດ່າ ກວດຈັບ ມີຄວາມໄວສູງເຖິງ 2,500
ກິໂລແມັດຕໍ່ຊົ່ວໂມງ ຕິດອາວຸດປືນຂະໜດ 30 ມມ ນອກຈາກນັ້ນຍັງມີຊຸດຕິດອາວຸດແລະຂີປະນາວຸດໄດ້
12 ຈຸດ




Post a Comment