ສະຫຼົດ!! ໄຟໄໝ້ບ້ານພັກຄົນຊະລາ ຕາຍ 11 ສົບ ທີ່ເມືອງຊັບໂປໂລ ຍີ່ປຸ່ນ (ມີຄລິບເຫດການ)
ວັນທີ່ 1 ກຸມພາ 2018 ເອພີ ລາຍງານວ່າເກີດເຫດໄຟໄໝ້ບ້ານພັກຄົນຊະລາ ທີ່ເມືອງຊັບໂປໂລ ເກາະຮອກໄກໂດ ທາງຕອນເໜືອຂອງປະເທດຍີ່ປຸ່ນ ໃນຊ່ວງເດິກຂອງວັນທີ່ 31 ມັງກອນ ເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນເປັນຊາຍ 8 ແລະ ຍິງ 3 ແລະ ອີກ 5 ຄົນເຈົ້າໜ້າທີ່ສາມາດຝ່າກອງໄຟເຂົ້າໄປຊ່ວຍອອກມາໄດ້.
ຫຼັງເກີດເຫດເຈົ້າໜ້າທີ່ໄດ້ກວດສອບຕຶກພົບວ່າບໍ່ມີ ສະປິງເກີ ສຳລັບພົ່ນນຳ້ເມື່ອເກີດໄຟເຮັດໃຫ້ໄຟໄໝ້ໜັກ ຄາດວ່າຍ້ອນເປັນຕຶກເກົ່າກວ່າ 50 ປີມາແລ້ວ ສ່ວນສາເຫດການເກີດໄຟໄໝ້ແມ່ນກຳລັງກວດສອບຢູ່.
ຊົມຄລິບ:



Post a Comment