ກອງປະຊຸມການຮ່ວມມື ລາວ-ໄທ ຄັ້ງທີ່ 21 ສ້າງ“ຍຸກທອງ”ຄວາມຮ່ວມມື 2 ປະເທດ
ວັນທີ່ 31 ມັງກອນ - 3 ກຸມພາ 2018 ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທເປັນປະທານການປະຊຸມຄະນະກຳມາທິການຮ່ວມວ່າດ້ວຍຄວາມຮ່ວມມື ລາວ-ໄທ (ເຈຊີ) ຄັ້ງທີ່ 21 ຮ່ວມກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ເພື່ອຊຸກຍູ້ຄວາມຮ່ວມມືໃນສາຂາຕ່າງໆ ໃຫ້ມີຄວາມຄືບໜ້າທີ່ເປັນຮູບປະທຳ ແລະ ຮ່ວມກັນກຳນົດແນວທາງຄວາມຮ່ວມມື ລາວ-ໄທຕໍ່ໄປໃນອະນາຄົດພາຍໃຕ້ຄວາມຄິດ “ຄວາມເຊື່ອມໂຍງເພື່ອການພັດທະນາຢ່າງຍັ່ງຍືນ” ເພື່ອຄວາມໝັ້ນຄົງ ມັ່ງຄັ່ງ ແລະ ຍັ່ງຍືນຮ່ວມກັນ ໂດຍທັງ 2 ຝ່າຍໃຫ້ຄວາມສຳຄັນກັບຄວາມຮ່ວມມືເພື່ອເຊື່ອມໂຍງກັນໃນທຸກມິຕິ ເຊີ່ງຄວາມສຳພັນ ລາວ-ໄທແມ່ນຢູ່ໃນລະດັບດີຫຼາຍຈົນຖືໄດ້ວ່າເປັນ “ຍຸກທອງ” ຂອງຄວາມຮ່ວມມືລະຫວ່າງກັນ.

Post a Comment