ສົງຄາມຊີເລຍຍັງໂຫດ ໂຮງໝໍທີ່ສ້າງລີ້ໃນຖຳ້ຖືກຍົນຍິງ ມິສຊາຍ 5 ລູກ ຖະຫຼົ່ມມຸ່ນ
ວັນທີ່ 2 ກຸມພາ 2018 ບີບີຊີລາຍງານວ່າເກີດເຫດໂຈມຕີໂຮງໝໍ ອັນ ແມັກຮາລາ ທີ່ສ້າງລີ້ຢູ່ໃນຖຳ້ ເລີກກວ່າ 20 ແມັດ ທີ່ແຂວງຮາມາ ປະເທດຊີເລຍ ຖືກໂຈມຕີດ້ວຍຂີປະນາວຸດກວ່າ 5 ລູກ ຈົນຖືເປັນເຫດການໂຈມຕີໂຮງໝໍທີ່ຮ້າຍແຮງທີ່ສຸດໃນຊີເລຍ ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ເສຍຊີວິດ ເພາະເຈົ້າໜ້າທີ່ ແລະ ຄົນເຈັບໄດ້ຍິນສຽງເຮືອບິນຮົບມາແລ້ວຮີບອົບພະຍົບໄປຢູ່ຫ້ອງທີ່ປອດໄພ.
ໂຮງໝໍດັ່ງກ່າວຕັ້ງຢູ່ໃນເຂດຍຶດຄອງຂອງກຸ່ມກະບົດຕໍ່ຕ້ານລັດຖະບານຊີເລຍ ແຕ່ວ່າຍັງບໍ່ຮູ້ວ່າຝ່າຍໃດທີ່ກໍ່ເຫດການໄຮ້ມະນຸດສະທຳແບບນີ້ ຂະນະທີ່ກຳລັງລັດຖະບານຊີເລຍ ແລະ ລັດເຊຍ ໄດ້ປະຕິເສດມາຕະຫຼອດວ່າບໍ່ເຄີຍມີເປົ້າໝາຍໂຈມຕີຂ້າຊີວິດພົນລະເຮືອນຊາວຊີເລຍຜູ້ບໍລິສຸດ.




Post a Comment