ເກີດເຫດຄົນຮ້າຍໂຍນລະເບີດໃສ່ເຮືອນນາງ ອອງຊານ ຊູຈີ ໃນເມືອງຢ່າງກຸ້ງ
ໃນວັນທີ່ 1
ກຸມພາ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດຄົນຮ້າຍໂຍນລະເບີດໃສາເຮືອນພັກແຄມນໍ້າຂອງ
ນາງ ອອງຊານ ຊູ ຈີ ທີ່ປືກສາແຫ່ງຊາດແລະລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງມຽນມ້າ
ທີນະຄອນຢ່າງກຸ້ງແຕ່ລະຫວ່າງທີ່ເກີດເຫດ ນາງຊູຈີບໍາພັກຢູ່ທີ່ເຮືອນຫຼັງດັ່ງກ່າວ
ເນື່ອງຈາກເດືອນທາງໄປສະພາທີ່ກຸງເນປິດໍວ໌
ສໍາຫຼັບເຫດການນີ້
ແຮງລະເບີດໄດ້ສ້າງຄວາມເສຍຫາຍໃຫ້ກັບເຮືອນພັກ ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ບາດເຈັບຫຼືເສຍຊີວິດເຈົ້າໜ້າທີ່ກໍາລັງເລັ່ງສືບຫາສາເຫດແລະເຈດຕະນາຂອງຄົນຮ້າຍ
ທາງດ້ານໂຄສົກລັດຖະບານມຽນມ້າ
ເຜີຍວ່າ ຄົນຮ້າຍໃຊ້ລະເບີດໄຟປະດິດ ໂຍນເຂົ້າໄປໃນເຮືອນພັກທີ່ນາງຊູຈີເຄີຍຖືກຄວບຄຸມຕົວໄວ້
15 ປີ ຫຼັງຈາກຄໍາສັ່ງຜະເດັດການທະຫານພະມ້າ ໃນປີ 2010 ລາວໄດ້ຮັບການປ່ອຍຕົວ
ນາງຊູຈີ
ຕົກເປັນເປົ້າໝາຍຖືກປະຊາຄົມໂລກປະນາມ ຫຼັງຈາກບໍ່ໃຫ້ຄວາມຊ່ວຍເຫຼືອຊາວມຸສະລິມໂຣຮິງຈາ
ທີ່ຕົກເປັນເຫຍື່ອຄວາມຮຸນແຮງຈາກຄວາມຄັດແຍ້ງທາງສາສະໜາໃນມຽນມ້າ ແລະ ປະຕິບັດການທາງທະຫານຂອງກອງທັບມຽນມ້າໃນລັດໂະໄຂ່
ສົ່ງຜົນໃຫ້ຊາວໂຣຮິງຈາອົບພະຍົບຂ້າມແດນໄປບັງກາລາເທດກວ່າ 700.000 ຄົນ



Post a Comment