ຈີນຊວນອັງກິດຮ່ວມລົງທຶນສ້າງເສັ້ນທາງສາຍໄໝແຫ່ງໃໝ່ ຕາມແຜນຍຸດທະສາດ “ໜຶ່ງແຖບໜຶ່ງເສັ້ນທາງ”


ວັນທີ່ 2 ກຸມພາ 2018 ສຳນັກຂ່າວຕ່າງປະເທດລາຍງານຈາກກຸງປັກກິ່ງວ່າ ປະທານາທິບໍດີ ສີ ຈິ້ນຜິງ ກ່າວໃນການພົບປະ ນາຍົກລັດຖະມົນຕີ ເທເຣຊ່າ ເມ ຂອງອັງກິດວ່າ ເມກ່າໂປເຈັກ (ໜຶ່ງແຖບໜຶ່ງເສັ້ນທາງ) ຫຼື ເສັ້ນທາງສາຍໄໝແຫ່ງສະຕະວັດທີ່ 21 ຄືແຜນຍຸດທະສາດເພື່ອການສົ່ງເສີມ ແລະ ຂະຫຍາຍກອບຄວາມຮ່ວມມືທາງການຄ້າລະຫວ່າງຈີນກັບທຸກພູມິພາກທີ່ ເປີດກວ້າງ ໂປ່ງໃສ ຄອບຄຸມ ແລະ ສ້າງປະໂຫຍດເທົ່າທຽມທັງສອງຝ່າຍ ເຊີ່ງລັດຖະບານປັກກິ່ງຫວັງຢ່າງຍິ່ງວ່າຈະສາມາດເພີ່ມພູນຄວາມຮ່ວມມືກັບສະຫະລາດຊະອານາຈັກ ຕາມກອບດັ່ງກ່າວໃນອະນາຄົດ.

ຂະນະທີ່ ເທເຣຊ່າ ເມ ກ່າວວ່າການທີ່ສະຫະລາດຊະອານາຈັກ ກຳລັງຈະອອກຈາກການເປັນສະມາຊິກສະຫະພາບເອີຣົບ ຫຼື ອີຢູ ລັດຖະບານຂອງນາງຈຶ່ງຕ້ອງປັບປ່ຽນນະໂຍບາຍໃຫ້ມຸ່ງສູ່ນອກພູມິພາກຫຼາຍຂື້ນ ດ້ວຍການຍົກລະດັບຄວາມສຳພັນກັບນານາປະເທດ ແລະ ຈີນ ຖືເປັນໜຶ່ງໃນປະເທດທີ່ສະຫະລາດຊະອານາຈັກໃຫ້ຄວາມສຳຄັນເປັນລຳດັບຕົ້ນ ໂດຍສະເພາະດ້ານການຄ້າ ແລະ ການລົງທຶນ.

ไม่มีความคิดเห็น