ຄະນະຜູ້ແທນເກົາຫຼີເໜືອຢືນຢັນໄປ ຮ່ວມພິທີເປີດໂອລິມປິກລະດູໜາວທີ່ເກົາຫຼີໃຕ້


ສໍານັກຂ່າວກາງເກົາຫຼີເໜືອ ລາຍງານວ່າ ຄະນະຜູ້ນໍາລະດັບສູງຂອງເກົາຫຼີເໜືອເຊິ່ງນໍາພາໂດຍ ຄິມຢອງນໍາ ປະທານສະພາບໍລິຫານສູງສຸດຂອງສະພາປະຊາຊົນສູງສຸດ ຈະເດີນທາງໄປເກົາຫຼີເໜືອໃນໄວໆນີ້ ເພື່ອເຂົ້າຮ່ວມພິທີການເປີດກີລາໂອລິມປິກລະດູໜາວຄັ້ງທີ່ 23
ກະຊວງລວມຊາດຂອງເກົາຫຼີໃຕ້ເປີດເຜີຍວ່າ ຄະນະຂອງຄີມຢອງນໍາຈະປະກອບດ້ວຍຄະນະຜູ້ແທນ 3 ຄົນແລະເຈົ້າໜ້າທີ່ສະໜັບສະໜູນອີກ 18 ຄົນສ່ວນຂໍ້ມູນອື່ນໆຍັງເປັນຄວາມລັບ ຂະນະນີ້ ຄິມຢອງນໍາ ມີອາຍຸ 90 ປີ ແລະເປັນສະມາຊິກທີ່ອາວຸໂສທີ່ສຸດໃນບັນດາຜູ້ນໍາເກົ່າຫຼີເໜືອ


ไม่มีความคิดเห็น