ກຽມເຂົ້າຄຸກ!! ໜຸ່ມລັດເຊຍໃຊ້ແມວລ້າງລົດເບັ້ນ ຕຳຫຼວດໄລ່ຈັບຖານທາລຸນສັດ
ວັນທີ່ 4 ກຸມພາ 2018 ເວັບໄຊສ ໄລສ ຂອງລັດເຊຍເຜີຍແຜ່ພາບນາທີຊາຍໜຸ່ມກຳລັງໃຊ້ແມວລ້າງໆ ຖູໆລົດເບັ້ນຂອງລາວ ໂດຍບໍ່ສົນວ່າແມວຮ້ອງແມວໆຢ່າງເປັນຕາອີຕົນ ເຊີ່ງຕໍ່ມາກໍ່ຖືກຕຳຫຼວດອອກໝາຍຈັບຂໍ້ຫາທາລຸນສັດ ເຫດເກີດຂື້ນທີ່ທາງຕອນໃຕ້ຂອງລັດເຊຍ. ສື່ທ້ອງຖີ່ນລາຍງານວ່າຕຳຫຼວດໃຫ້ຄວາມສົນໃຈກັບຄະດີນີ້ຫຼາຍ ແລະ ບອກວ່າຊາຍຄົນດັ່ງກ່າວຕ້ອງຕິດຄຸກ 3 ປີ ໃນຂໍ້ຫາທາລຸນສັດແນ່ນອນ.



Post a Comment