ເກີດເຫດນັກຮຽນ ແຂວນຄໍຕາຍຍ້ອນຖືກນາຍຄູກ່າວຫາວ່າ ລັກໂທລະສັບໄອໂຟນ


ໃນວັນທີ່ 2 ມັງກອນ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າເກີດເຫດ ນ ເອັມ ວະສັນຕະພີຣິຍະ ນັກຣຽນມັດທະຍົມປາຍ ປະທດອິນໂດເນເຊຍ ກໍ່ເຫດແຂວນຄໍຕາຍ ຫຼັງຈາກທີຖືກກ່າວວຫາວ່າລັກໂທລະສັບໄອໂຟນຂອງອາຈານທີ່ໂຮງຮຽນ ໃນເມືອງນິບອງ ເທບັລ ລັດປີນັງ

ໃນວັນທີ່ 31 ພໍ່ຂອງນັກຮຽນເລົ່າວ່າ ລູກສາວກັບມາຮອດເຮືອນ ພ້ອມກັບມີອາຈານປະຈໍາຊັ້ນມາທີ່ເຮືອນ ແຈ້ງວ່າລູກສາວຂອງຕົນເອງໄດ້ລັກໂທລະສັບໄປ ເຊີ່ງມີຮູບພາບຈາກກ້ອງວົງຈອນປິດຈັບພາບນັກຮຽນຄົນໜື່ງກໍາລັງລັັກໂທລະສັບ ແຕ່ໃນຮູບພາບຍັງບໍ່ຊັດເຈນວ່າແມ່ນລູກຂອງຕົນເອງຫຼືບໍ
ຜູ້ເປັນພໍ່ຈື່ງຖາມວ່າລູກໄດ້ລັກໂທລະສັບຂອງນາຍຄູຫຼືບໍ ແຕ່ລູກສາວກໍປະຕິເສດ ກ່ອນທີ່ຈະຂັງຕົວເອງໄວ້ໃນຫ້ອງນອນ ຕໍ່ມາຕົນເອງໄປ
ເປີດປະຕູຫ້ອງນອນ ພົບວ່າ ລູກສາວໄດ້ແຂວນຄໍຢູາເທິງເພດານ ພ້ອມກັບຂຽນຈົດໝາຍປະໄວ້ວ່າ ຕົນເອງບໍ່ໄດ້ເປັນຄົນລັກໂທລະສັບຂອງນາຍຄູແລະບໍ່ຢາກເປັນພາລະຂອງຄອບຄົວ

ຕໍໍທາງດ້ານຄອບຄົວຂອງນັກຮຽນຈື່ງເຂົ້າຮ້ອງຮຽນກັບຜູ້ອໍານວຍການອົງກອນມາເລເຊຍ ຕາມິລາຣ໌ກູຣັລ ອົງກອນເອັນຈີໂອ ທີ່ໃຫ້ຄວບຊ່ວຍເຫຼືອຊຸມຊົນຊາວມາເລເຊຍເຊື້ອສາຍ ອິນເດຍ ເຊິ່ງພີ່ນ້ອງຂອງນັກຮຽນຕັ້ງຄໍາຖາມວ່າເປັນຫຍັງຈື່ງຕີຫຼານຂອງຕົນຕໍ່ໜ້າໝູ່ໃນຫ້ອງຮຽນ ເຮັດໃຫ້ຫຼານເກີດຄວາມອັບອາຍ

ຂະນະທີ່ທາງດ້ານອາຈານຄົນອື່ນທີ່ເຄີຍສອນນັກຮຽນຄົນນີ້ ກ່າວວ່າ ລູກສິດຄົນນີ້ບໍ່ເຄີຍມີປະຫວັດເລື່ອງຜິດກົດລະບຽບເລີຍ ນາຍຄູຄົນນີ້ບໍ່ຄວນກ່າວຫາຫຼືສະຫຼຸບເຫດການກັບນັກຮຽນແບບນີ້

ไม่มีความคิดเห็น