ດຸເດືອດຕໍ່ເນື່ອງ!! ທະຫານມຽນມາ ຍິງປະທະເດືອດກັບ ນັກຮົບຄະສິ່ນ
ສຳນັກຂ່າວຣອຍເຕີລາຍງານ ວັນທີ່ 2 ກຸມພາ 2018 ວ່າ ອົງການສະຫະປະຊາຊາດ ແລະ ອົງກອນຫຸ້ນສ່ວນດ້ານມະນຸດສະທຳ ມີຄວາມວິຕົກກ່ຽວກັບຄວາມປອດໄພຂອງປະຊາຊົນໃນພື້ນທີ່ຂອງ 3 ເມືອງ ໃນລັດຄະສິ່ນ ທີ່ຢູ່ທາງຕອນເໜືອສຸດຂອງມຽນມາຕິດເຂດຊາຍແດນຈີນ ( ເມືອງຕະນາຍ ມີການຍິງປະທະດຸເດືອດແຕ່ວັນທີ່ 25 ມັງກອນ 2018 ມີປະຊາຊົນໄດ້ຮັບບາດເຈັບ ແລະ ເສຍຊີວິດຈຳນວນຫຼາຍ). ລາຍງານລະບຸອີກວ່າ ຫຼາຍໜ່ວຍງານຊ່ວຍເຫຼືອເຜີຍວ່າ ປະຊາຊົນປະມານ 1800 ຄົນ ສ່ວນໃຫຍ່ເປັນກຳມະກອນ ຖືກອົບພະຍົບຈາກເມືອງຕະນາຍ ແລະ ຍັງມີຈຳນວນຫຼາຍຕິດຢູ່ໃນພື້ນທີ່ສູ້ຮົບ ບໍ່ສາມາດອອກມາໄດ້ ແລະ ເຈົ້າໜ້າທີ່ອົງການສະຫະປະຊາຊາດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປພື້ນທີ່ສູ້ຮົບ.

Post a Comment