ສະຫຼົດໃຈ!! ພົບຫູສະຫຼາມ(ຄລີບປາສະຫຼາມ) ຕາກແດດຢູ່ດາດຟ້າທີ່ຮ່ອງກົງຈຳນວນມະຫາສານ


ວັນທີ່ 2 ກຸມພາ 2018 ພົບຫູສະຫຼາມຈຳນວນຫຼາຍທີ່ຕາກແດດຢູ່ເທີງອາຄານສູງໃນຮ່ອງກົງ ມີທັງຂະໜາດນ້ອຍ ແລະ ໃຫຍ່ ລຽງກັນຢູ່ຈຳນວນຫຼາຍເຊີ່ງບົ່ງບອກໄດ້ວ່າສະຫຼາມເຫຼົ່ານີ້ອາຍຸຍັງນ້ອຍຢູ່ ແລະ ທີ່ໜ້າເສົ້າໃຈຄືປາສະຫຼາມຖືກຈັບມາຕັດຄລີບທັງເປັນແລ້ວປ່ອຍລົງນຳ້ໃຫ້ທໍລະມານຕາຍໄປໃນທີ່ສຸດຖືເປັນວິທີທີ່ໂຫດຮ້າຍ ແລະ ທາລຸນຫຼາຍ.

ຈາກຜົນສຳຫຼວດຂອງ WWF ອົງກອນກອງທືນສັດປ່າໂລກ ລະບຸວ່າໃນທຸກໆປີຈະມີປາສະຫຼາມກວ່າ 73 ລ້ານໂຕທີ່ຖືກລ່າມາຕັດຄລີບເຊີ່ງຫູສະຫຼາມທີ່ໄດ້ມາສ່ວນໃຫຍ່ຖືກສົ່ງໄປຈີນເພື່ອປະກອບເປັນອາຫານ.


ไม่มีความคิดเห็น