ໝົດຄຳສິເວົ້າ!! ຂ້າໝູ່ຕາຍຍ້ອນຖາມຫຼາຍວ່າ “ມື້ໃດສິເອົາເມຍ” (ຕາຍຍ້ອນຖາມຫຼາຍ)


ເຫດເກີດເມື່ອເດືອນ ມັງກອນ 2018 ທີ່ປະເທດອິນໂດເນເຊຍ ຊາຍໜຸ່ມອາຍຸ 28 ປີ ກໍ່ເຫດຂ້າໝູ່ຜູ້ຍິງ ອາຍຸ 32 ປີ ທີ່ກຳລັງຕ້ອງທ້ອງໃນເຮືອນຂອງນາງ ຫຼັງທົນບໍ່ໄຫວທີ່ນາງມົວແຕ່ຖາມວ່າປານໃດລາວສິແຕ່ງງານ ໂດຍຜູ້ກໍ່ເຫດເປີດເຜີຍຜູ້ຕາຍເວົ້າກັບລາວວ່າ “ ຮີບແຕ່ງງານໃຫ້ໄວໆ ໝູ່ຄົນອື່ນແຕ່ງງານກັນໝົດແລ້ວເປັນຫຍັງລາວຈຶ່ງຍັງບໍ່ແຕ່ງປານນີ້ ” ເຮັດໃຫ້ລາວຮູ້ສຶກວ່າເປັນຄຳເວົ້າເຍາະເຍີ້ຍ ແລະ ດູຖູກ ລາວຈຶ່ງໄປທີ່ເຮືອນຂອງນາງແລ້ວລົງມືບີບຄໍນາງຈົນຕາຍ.

ນອກນັ້ນຍັງລັກໂທລະສັບ ແລະ ເງີນຂອງຜູ້ຕາຍໄປອີກ ຕໍ່ມາຕຳຫຼວດກໍ່ສາມາດຈັບກຸມໂຕໄວ້ໄດ້ ແລະ ກຳລັງລໍຖ້າຄຳຕັດສິນຈາກສານ ເຊີ່ງຄາດວ່າຈະຖືກຈຳຄຸກຕະຫຼອດຊີວິດ.

ไม่มีความคิดเห็น