ທະລຸ 1000 ສົບແລ້ວທີ່ “ນາລົກເທີງດິນ” ທີ່ຊີເລຍ ຝ່າຍກອງທັບໄລ່ຖະຫຼົ່ມກະບົດຢ່າງບໍ່ຂາດສາຍ


ວັນທີ່ 12 ມີນາ 2018​ ເອເອຟພີລາຍງານສະຖານະການ ການສູ້ຮົບຢ່າງດຸເດືອດໃນແຄວ້ນກູຕາ ຕາເວັນອອກ ພື້ນທີ່ຄວບຄຸມທີ່ສຸດທ້າຍຂອງຝ່າຍຕໍ່ຕ້ານລັດຖະບານໃນປະເທດຊີເລຍ ວ່າກອງທັບຊີເລຍເລັ່ງເດີນໜ້າໂຈມຕີກົດດັນຝ່າຍຕໍ່ຕ້ານຢ່າງໜັກຈົນພື້ນທີ່ໃນແຄວ້ນກູຕາຖືກແບ່ງອອກເປັນ 3 ສ່ວນ ແລະ ເມືອງກູຕາທີ່ເປັນທີ່ໝັ້ນຫຼັກຂອງຝ່າຍຕໍ່ຕ້ານຖືກຕັດຂາດຈາກໂລກພາຍນອກແລ້ວສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 1000 ກວ່າຄົນ ໃນນັ້ນມີເດັກນ້ອຍເຖີງ 219 ຄົນ.





ไม่มีความคิดเห็น