ໂດຣນ ສະຫະລັດ ຖຸະລົ່ມ ຕາລີບັນ ໃນອັບການິດສະຖານສັງຫານ 21 ສົບ



ໂດຣນ ສະຫະລັດ ຍິງຈະລວດ 2 ລູກໂຈມຕີ ຖານກຸ່ມກໍ່ການຮ້າຍໃນອັບການິດສະຖານ ສັງຫານເປົ້າໝາຍ 21 ສົບ ລວມທັງລູກຊາຍຫົວໜ້າໃຫຍ່ ກຸ່ມຕາລີບັນ ອັບການິດສະຖານ ທີ່ຂ້າມແດນໄປຊ້ອນຕົວ
ສຳນັກຂ່າວ ເອພີລາຍງານຈາກກຸງ ຄາບູລ ປະເທດອັບການິດສະຖານ ເມືອວັນທີ່ 8 ມິນາວ່າ ການໂຈມຕີ ເມືອວັນພຸດ ວັນທີ່ 7 ມີນາ 2018 ທີ່ຜ່ານມາາ ມີເປົ້າໝາຍສະຖານທີ່ແຫ່ງຫນຶ່ງ ໃນແຂວງ ດູນາຣ໌ ຂອງອັບການິດສະຖານ ຢູ່ຫ່າງຈາກແດນ ປາກິດສະຖານ ພຽງບໍ່ກິໂລເທົ່ານັ້ນ ເຊິງ ມຸລເລາະ ຟັຊລຸຍເລາະ ຫົວໜ້າກຸ່ມຕາລີບັນປາກິດສະຖານເຊິງຂ້າມແດນໄປລົບຊ້ອນຕົວຫຼາຍຄັ້ງ ເຈົ້າໜ້າທີ່ສູນກາງຂ່າວ ປາກິດສະຖານ ເປີດເຜີຍວ່າ  ລະຫວ່າງການໂຈມຕີ ມຸລເລາະ ຟັຊລຸຍເລາະ ອາດຈະບໍ່ໄດ້ຢູ່ທີ່ນັ້ນ ແຕ່ລູກຊາຍຂອງລາວໄດ້ເສຍຊີວິດ
ລັດຖະບານ ປາກິດສະຖານ ໄດ້ຮ້ອງຂໍຕໍ່ທາງການສະຫະລັດ ແລະ ອັບການິດສະຖານມາຫຼາຍປີ ໃຫ້ຈັດການກັບ ມຸລເລາະ ຟັຊລຸຍເລາະ ແລະ ຜູ້ນຳລະດັບສູງລາຍອືນໆ ຂອງກຸມຕາລີບັນ ປາກິດສະຖານ ເຊິງເຊືອກັນວ່າ ລົບຊ່ອນຢູ່ໃນ ອັບການິດສະຖານ ແລະ ຂ້າມແດນກັບໄປໂຈມຕີ ໃນປາກິດສະຖານຫຼາຍເທືອ


ไม่มีความคิดเห็น