ຕາມຄາດ! ປູຕິນ ຄອງຕໍ່າແໜ່ງຜູ້ນຳລັດເຊຍຕໍ່ອີກ 6 ປີ ຊະນະຖະຫຼົ່ມທະລາຍກວ່າ 76%
ວັນທີ່ 18 ມີນາ 2018 ວາລາດິເມຍ ປູຕິນໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຕາມຄວາມຄາດໝາຍ ໂດຍຄະນະກຳມະການ ການເລືອກຕັ້ງຂອງລັດເຊຍໄດ້ປະກາດຜົນການນັບຄະແນນເບື້ອງຕົ້ນເຊີ່ງເກືອບສຳເລັດແລ້ວວ່າ ປູຕິນໄດ້ຮັບຄະແນນສຽງຖະຫຼົ່ມທະລາຍຫຼາຍກວ່າ 76% ເຊີ່ງສູງກວ່າການຄາດການກ່ອນໜ້ານີ້ທີ່ວ່າ ປູຕິນ ຈະຊະນະດ້ວຍຄະແນນສຽງ 70%. ປູຕິນໄດ້ກ່າວຕໍ່ຜູ້ສຳໜັບສະໜຸນທີ່ກຸງມອສໂຄຫຼັງຮູ້ຜົນການນັບຄະແນນເບື້ອງຕົ້ນວ່າ ຜູ້ມີສິດອອກສຽງຮູ້ເຖີງຄວາມສຳເລັດຂອງລັດເຊຍໃນຊ່ວງປີທີ່ຜ່ານມາ ພ້ອມກັບຫົວອອກມາຫຼັງຖືກຖາມເຖີງເລື່ອງການຄອງຕໍ່າແໜ່ງຜູ້ນຳລັດເຊຍໄປອີກ 6 ປີວ່າ: “ເປັນເລື່ອງຕາຫຼົກທີ່ຖາມຄຳຖາມນີ້ ພວກເຈົ້າຄິດວ່າຂ້ອຍຈະຢູ່ຕໍ່າແໜ່ງຈົນ 100 ປີເລີຍຫວາ ບໍ່ມີທາງ”. ຂະນະນີ້ ປູຕິນ ອາຍຸ 66 ປີ ແລະ ເມື່ອຢູ່ຄົບວາລະອີກ 6 ປີກໍ່ຈະມີອາຍຸ 71 ປີ.
Post a Comment