ອົບພະຍົບວຸ່ນ!! ໄຟໄໝ້ໂຮງໝໍກົວລາລັມເປີ ຄາດຕົ້ນໄຟມາຈາກຫ້ອງຊັນນະສູດອ້າຍ ຄິມ ຈອງ ອືນ


ວັນທີ່ 17 ມີນາ 2018 ສຳນັກຂ່າວຣອຍເຕີ ລາຍງານເຫດໄຟໄໝ້ທີ່ພະແນກນິຕິເວດຂອງໂຮງໝໍ ກົວລາລັມເປີ ເຊີ່ງເປັນໂຮງໝໍລັດທີ່ໃຫຍ່ທີ່ສຸດຂອງມາເລເຊຍ ເຮັດໃຫ້ເຈົ້າໜ້າທີ່ຕ້ອງເລັ່ງອົບພະຍົບຄົນປ່ວຍອອກຈາກພື້ນທີ່ໄປບ່ອນປອດໄພ ໂດຍຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ສ່ວນສາເຫດການເກີດໄຟໄໝ້ແມ່ນຢູ່ໃນຂັ້ນຕອນສອບສວນເຊີ່ງຄາດວ່າຕົ້ນໄຟມາຈາກພະແນກນິຕິເວດທີ່ເປັນບ່ອນຊັນນະສູດສົບອ້າຍຕ່າງແມ່ຂອງ ຄິມ ຈອງ ອືນ ຜູ້ນຳເກົາຫຼີເໜືອ ທີ່ສົງໄສວ່າຖືກລອບວາງຢາຈົນເສຍຊີວິດທີ່ສະໜາມບິນນານາຊາດກົວລາລັມເປີ. ດ້ານຜູ້ອຳນວຍການໂຮງໝໍບອກຫາກມີຂໍ້ມູນນອກເໜືອຈາກນີ້ຈະອອກມາບອກພາຍຫຼັງ.

ไม่มีความคิดเห็น