ນ້ອຍໃຈເມຍດ່າເລື່ອງກິນເຫຼົ້າ ໜຸ່ມກິນໂຊດາໄຟຂ້າໂຕຕາຍ
ເຫດເກີດໃນຫ້ອງເຊົ່າແຫ່ງໜຶ່ງທີ່ເມືອງພັດທະຍາ ຈັງຫວັດຊົນບູລີ ປະເທດໄທ ວັນທີ່ 4 ມີນາ 2018 ເມື່ອຊາຍໜຸ່ມຄົນໜຶ່ງ ອາຍຸ 25 ປີສັນຊາດລາວໄປກິນເຫຼົ້າກັບໝູ່ມາແລ້ວກັບຮອດຫ້ອງກໍ່ໂວຍວາຍໃສ່ເມຍທີ່ກຳລັງທ້ອງຢູ່ 4 ເດືອນເມຍໃຈຮ້າຍຈຶ່ງເວົ້າຕອບກັບໄປເລື່ອງກິນເຫຼົ້າ ລາວຈຶ່ງຍ່າງໄປທາງຫ້ອງນຳ້ດ້ວຍອາການນ້ອຍໃຈໃສ່ເມຍ ແລ້ວເອົາໂຊດາໄຟມາກິນແລ້ວກິນນຳ້ລ້ອງລົງນຳຈົນດິ້ນຊັກເຂົ້າກັບບາດ ແລະ ຮາກໄປທົ່ວຫ້ອງ ເມຍບໍ່ຮູ້ສິຊ່ວຍແນວຈຶ່ງໂທຫາກູ້ໄພມາຊ່ວຍພາໄປໂຮງໝໍ ແຕ່ກໍ່ບໍ່ສາມາດຊ່ວຍຊີວິດໄວ້ໄດ້.

Post a Comment