ສະຫະລັດ ເຜີຍຜົນຈາກການສ້າງຄວາມກົດດັນໃຫ້ ເກົາຫຼີເໜືອ ໂດດດຽວ ໄດ້ຜົນເກີດການເຈລະຈາ “ທຣໍ້າ-ຄິມ”



ຮອງປະທານາທິບໍດີສະຫະລັດເຜີຍຜົນຈາກການສ້າງຄວາມກົດດັນ ເພືອສ້າງຄວາມໂດດດຽວເກົາຫຼີເໜືອເຮັດໃຫ້ເກີດການ ເຈລະຈາ ລະຫວ່າງປະທານາ ທິບໍດີ ໂດນັລ ທຣ້ຳ ຂອງສະຫະລັດ ກັບ ຄິມຈ໋ອງ ອຶນຂອງເກົາຫຼີເໜືອ
ສຳນັກຂ່າວການຕ່າງປະເທດລາຍງານຈາກກຸງວໍຊີງຕັນ ປະເທດສະຫະລັດ ອາເມລິກາ ເມືອວັນທີ່ 9 ເມສາ ທີ່ຜ່ານມາ ທ່ານ ໄມຄ໌ ເພນຊ໌ ຮອງປະທານາທິບໍດີເຜີຍວ່າ ການຕັດສິນໃຈຂອງທ່ານ ຄິມຈ໋ອງອຶນ ວ່າການ ເຊືອເຊີນປະທານາທິບໍດີ ໂດນັລທຣ້ຳ ຂອງສະຫະລັດ ມາຮ່ວມກອງປະຊຸມ ສຸດຍອດ ຄັ້ງປະຫວັດສາດນັ້ນ ສະແດງໃຫ້ເຫັນວ່າ ຄວາມພະຍາຍາມຂອງ ສະຫະລັດ ທີ່ຈະເຮັດໃຫ້ເກົາຫຼີເໜືອ ຖືກໂດດດຽວ ນັ້ນ ໄດ້ເກີດຂື້ນແລ້ວ
ຖະແຫຼງການຍັງລະບຸວ່າ ຄວາມຕ້ອງການຮ່ວມເຈລະຈາຂອງເກົາຫຼີ ເໜືອວ່າ ດ້ວຍການປົດປ່ອຍ ອາວຸດນິວເຄຍ ຂະນະດຽວກັນກໍ່ຍອມ ລະງັບ ການທົດລອງຂີປະນາວຸດ ແລະ ລະເບີດນິວເຄຍທັງໝົດ ເປັນຫຼັກຖານສະແດງໃຫ້ເຫັນວ່າ ຍຸດທະສາດຂອງຜູ້ນຳ ສະຫະລັດທີ່ຕ້ອງການຈະເຮັດໃຫ້ລະບອບ ການປົກຄອງຂອງເກົາຫຼີເໜືອ ໂດດດຽງນັ້ນໄດ້ຜົນ


ไม่มีความคิดเห็น