ຜູ້ເບີ່ງສວນສັດລືມລ໊ອກປະຕູກົງສິງ ຖືກໂດດຄຸບກັດຕາຍທັນທີ ທີ່ປະເທດແມັກຊິໂກ


ວັນທີ່ 19 ມີນາ 2018 ເດິມິນເລີ່ລາຍງານວ່າ ເຈົ້າໜ້າທີ່ສວນສັດອາຍຸ 28 ປີ ທີ່ສວນສັດແຫ່ງໜຶ່ງໃນແມັກຊິໂກ ຖືກສິງກັດຈົນຕາຍຍ້ອນລືມລ໊ອກກົງຂັງສິງໃຫ້ດີພາຍຫຼັງເຂົ້າໄປອະນາໄມທາງໃນຈົນສິງສາມາດອອກມາໄດ້ ແລະ ໂດດຄຸບທຳຮ້າຍລາວຈົນຕາຍຄາທີ່. ດ້ານພະນັກງານທີ່ເຫັນບໍ່ມີໃຜຊ່ວຍໄວ້ໄດ້ທັນ ມີແຕ່ໄລ່ສິງໄປແລ້ວໂທຫາກູ້ໄພມາ ແຕ່ລາວກໍ່ເສຍຊີວິດກ່ອນແລ້ວເນື່ອງຈາກຖືກກັດບໍລິເວນຄໍບາດແຜເລິກຫຼາຍ.



ไม่มีความคิดเห็น