ສີ ຈິ້ນຜິງ ເຂົ້າພິທີສາບານຕົນເປັນປະທານາທິບໍດີຕໍ່ ແຖມຕັ້ງມືປາບໂກງເປັນຮອງ (ຊົມຄລິບ)
ວັນທີ່ 17 ມີນາ 2018 China Daily ລາຍງານວ່າ ປະທານາທິບໍດີ ສີ ຈິ້ນຜິງ ເຂົ້າພິທີສາບານຕົນເປັນປະທານາທິບໍດີຕໍ່ສະໄໝທີ່ 2 ຫຼັງມີມະຕິເຫັນດີເປັນເອກະສັນກວ່າ 2,970 ສຽງ ຮັບຮອງໃຫ້ດຳລົງຕໍ່າແໜ່ງນີ້ ພ້ອມທັງເປັນປະທານຄະນະກຳມາທິການ ການທະຫານສ່ວນກາງ.
ພິທີນີ້ເປັນໄປຕາມຄາດໝາຍ ຫຼັງຈາກລົງມະຕິຍົກເລີກຂໍ້ຈຳກັດໄລຍະເວລາໃນການດຳລົງຕໍ່າແໜ່ງປະທານາທິບໍດີ ແລະ ຮອງ ບໍ່ໃຫ້ເກີນ 2 ວາລະ ໂດຍເລື່ອນອອກໄປແບບບໍ່ມີກຳນົດ. ຂະນະດຽວກັນ ຫວັງ ຊີຊານ ເລຂາທິການຄະນະກຳມະການກວດສອບວິໄນສ່ວນກາງ ແກນນຳປາບປາມການທຸດຈະລິດ ກໍ່ໄດ້ຮັບແຕ່ງຕັ້ງເປັນຮອງປະທານາທິບໍດີ ອີກດ້ວຍ.
Post a Comment