ຮອດປຽງຢາງແລ້ວ ຄະນະຜູ້ແທນເກົາຫຼີໃຕ້ກຽມເຂົ້າພົບ ຄິມ ຈອງ ອືນ ຄັ້ງທຳອິດ


ວັນທີ່ 5 ມີນາ 2018​ ເອເອຟພີລາຍງານວ່າ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີໃຕ້ເດີນທາງເຖີງເກົາຫຼີເໜືອແລ້ວ ໂດຍມີຈຸດປະສົງເພື່ອຫາລືກັບເຈົ້າໜ້າລະດັບສູງທີ່ຝັ່ງເໜືອຖືເປັນຄັ້ງທຳອິດໃນຮອບຫຼາຍສິບປີ ທີ່ຝັ່ງໃຕ້ເດີນທາງກະຊັບມິດກັບຝັ່ງເໜືອ.

ການເດີນທາງຄັ້ງນີ້ແມ່ນເພື່ອຊຸກຍູ້ ແລະ ສະໜັບສະໜຸນໃຫ້ເກົາຫຼີເໜືອເຈລະຈາກັບສະຫະລັດໂດຍຫວັງວ່າຈະຊ່ວຍຫຼຸດຜ່ອນຄວາມຕຶງຄຽດໃນວິກິດນິວເຄຼຍທີ່ສະເທືອນເຖີງຄວາມໝັ້ນຄົງຂອງໂລກ ເຊີ່ງເຈົ້າໜ້າທີ່ທັງໝົດຈະຖືກສົ່ງໄປໂອ້ລົມ ແລະ ຮັບປະທານອາຫານຄໍ່າກັບ ຄິມ ຈອງ ອືນ ຜູ້ນຳເກົາຫຼີເໜືອ.

ไม่มีความคิดเห็น