ເຮືອບິນ ລົງຈອດສຸກເສີນ! ມີຄົນຜິດກຽງກັນເທິງຍົນ ຍ້ອນມີຜູ້ໂດຍສານ ”ຕົດ” ບໍຢຸດບໍເຊົາ


ເຮືອບິນສາຍການບິນ ຂອງເນເທີແລນຕ້ອງລົງຈອດສຸກເສີນ ເມືອຜູ້ໂດຍສານຄົນໜຶ່ງຕົດບໍຢຸດ ເຮັດໃຫ້ຜູ້ໂດຍສານຄົນອືນບໍພໍໃຈ ຈົນເກີດການຜິດຖຽງກັນຂື້ນ
ສຳນັກຂ່າວການຕ່າງປະເທດລາຍງານວ່າ ເຮືອບິນໂດຍສານຂອງສາຍການບິນ ທຣານຊາເວຍ ແອໄລນ໌ສ  ຂອງເນເທີແລນຕ້ອງລົງຈອດສຸກເສີນທີີ່ກຸງວຽນນາຂອງປະເທດ ອອສເຕຣຍ ຂະນະກຳລັງເດີນທາງຈາກນະຄອນ ດູໄບໃນສະຫະລັດ ເອມີເຣດໄປຍັງກຸງ ອຳສະເຕີດຳ ຫຼັງຈາກຜຸູ້ໂດຍສານຜິດຖຽງກັນເນືອງຈາກທີ່ຜູ້ຊາຍຄົນໜຶ່ງປ່ອຍລົມ ບໍຢຸດ
ຕາມການລາຍງານຂອງສຳນັກຂ່າວ ມີເຣີ ໂຄສົກຕຳຫຼວດ ອອສເຕຣຍ ຢືນຢັນວ່າຜູ້ໂດຍສານຄົນໜຶ່ງເຊິງຕົດອອກຢ່າງຕໍ່ເນືອງ ໂດຍບໍພະຍາຍາມຄວບຄຸມຕົນເອງ ເຊິງເປັນຕົ້ນເຫດຂອງບັນຫາ ເຈົ້າໜ້າທີ່ຈຶງຄວບຄຸມຊາຍຊາວດັດ ທັງສອງຄົນ ແລະ 2 ສາວພີ່ນ້ອງທີ່ນັ່ງຢູ່ໃນແຖວດຽວກັນ ລົງຈາກເຄືອງບິນ ໂດຍບໍຊາບແນ່ຊັດວ່າເກີດຍັງຂື້ນກັບທີ່ຕົກບໍຢຸດ
ທຣານຊາເວຍ ແອໄລນ໌ສ ລະບຸດ້ວຍວ່າທັງສີຄົນ ຖືກສົງລົງຈາກເຮືອບິນຍັງຖືກຕ້ອງຫ້າມຈາກໂດຍສານ ເຮືອບິນຂອງພວກເຂົາ ແລະ ຕ້ອງຊອກຫາທາງເດີນທາງຕໍ່ຈາກກຸງ ວຽນນາໄປຍັງກຸງອຳສະເຕີດຳຂອງເນເທີແລນດ້ວຍວິທີອືນ



ไม่มีความคิดเห็น