ໂຍນຄວາມຜິດທັນທີ ທຣັມ ບອກ FBI ເຮັດວຽກລົ້ມເຫຼວບໍ່ສາມາດຍັບຍັ້ງເຫດຍິງນັກຮຽນຕາຍ 17 ຄົນໄດ້
ວັນທີ່ 18 ກຸມພາ 2018 ບີບີຊີ ລາຍງານຂ່າວຄວາມຄືບໜ້າເຫດມືປືນບຸກຍິງນັກຮຽນຕາຍ 17 ຄົນທີ່ໂຮງຮຽນໃນລັດຟໍລິດາ ເຊີ່ງລ່າສຸດປະທານາທິບໍດີ ໂດໂນລ ທຣັມ ກໍ່ໄດ້ອອກມາໂພສຂໍ້ຄວາມຕໍ່ເຫດການດັ່ງກ່າວວ່າ “ໜ້າເສົ້າທີ່ສຸດ FBI ພາດໄດ້ແນວໃດຂໍ້ມູນການກຽມກໍ່ເຫດຍິງນັກຮຽນຕາຍ 17 ຄົນຫຼາຍຂະໜາດນັ້ນແຕ່ບໍ່ສາມາດສະກັດໄດ້ ມົວແຕ່ທຸ່ມເທເວລາພິສູດຂໍ້ກ່າວຫາສົມຮູ້ຮ່ວມຄິດຄະນະເຮັດວຽກຂອງຂ້ອຍກັບລັດເຊຍຢູ່ໄດ້ ກັບໄປເຮັດວຽກພື້ນຖານຂອງຕົນເອງດີກວ່າ ພວກເຮົາຈະໄດ້ພູມໃຈ”.



Post a Comment