ນັກວິທະຍາສາດຄົ້ນພົບ ມະນຸດສາມາດຮັບຮູ້ລົດຊາດຂອງນໍ້າລ້າໄດ້
-ມະນຸດສາມາດຮັບຮູ້ແລະສຳຜັດລົດຊາດຂອງນໍ້າໄດ້ຜ່ານປຸ່ມຮັບລົດສົ້ມຂອງລີ້ນໄດ້
-ມະນຸດມີເຊລປະສານໃນສ່ວນ hypothalamus ຂອງສະໝອງເຊິ່ງເປັນໂຕກະຕຸ້ນຄວາມຮູ້ກະຫາຍນໍ້ຳ
-ຂະບວນການມີຢູ່ວ່ານໍ້ານັ້ນລ້າງຄວາມເຄັມໃນນໍ້າລາຍ
ເຊິ່ງເຮັດໃຫ້ຄ່າ pH ຂອງເຊລປ່ຽນແປງ
ແລະ ເຮັດໃຫ້ປຸ່ມຮັບລົດຕອບສະໜອງໃຫ້ຮູ້ລົດຊາດຂອງນໍ້າ
ຖ້າຫາກລີ້ນຂອງມະນຸດພາຍໃຕ້ກ້ອງຈຸລະທັດແລ້ວອາດຈະແປກປະຫຼາດແບບບໍ່ໜ້າເຊື່ອ
ໂດຍທີປຸ່ມຮັບລົດຊາດທັງຫຼາຍມີຮູບຊົງສາມຫຼ່ຽມຄ້າຍຄືກັບພູເຂົາລຽງກັນຢູ່ຫຼາຍກວ່າພັນປຸ່ມ
ໂດຍທົ່ວໄປແລ້ວມະນຸດເຮົາຈະມີປຸມຮັບລົດຊາດຢູ່
2000-8000 ປຸ່ມ ແລະສາມາດຮັບຮູ້ລົດຊາດໄດ້ 5 ລົດຄື: ລົດເຄັມ,ຫວານ,ຂົມ,ສົ້ມແລະນົວ
ແຕ່ຈາກການວິໄຈຂອງນັກວິທະຍາສາດໄດ້ພົບວ່າມະນຸດສາມາດຮັບຮູ້ລົດຊາດຂອງນໍ້າໄດ້
ການຄົນພົບຄັ້ງນີ້ຖືເປັນກະເເຈສຳຄັນທີ່ຊ່ວຍອະທິບາຍວ່າເປັນຫຍັງສັດຕ່າງໆ
ຈຶ່ງສາມາດແຍກນໍ້າລ້າອອກຈາກທາດແຫຼວຊະນິດອື່ນໆໄດ້ແລະເປັນການທ້າທາຍຄວາມຄິດທີ່ວ່ານໍ້າບໍ່ມີລົດຊາດ


Post a Comment