ໄວຣັສ ເອີ້ນຄ່າໄຖ່ລະບາດໜັກໃນຢູເຄນແລະກຳລັງແຜ່ໄປທົ່ວໂລກ



ມີລາຍງານພົບວ່າ ມີໄວຣັສເອີ້ນຄ່າໄຖ່ ຫຼື ransomware ຕົມໃໝ່ກຳລັງລະບາດໜັກໃນຢູເຄນ ສົງຜົນກະທົບຕໍ່ໜ່ວຍງານລັດ,ທະນາຄານ,ສະໜາມບິນແລະບໍລິສັດພະລັງງານເປັນວົງກວ້າງ

ໄວຣັສ ransomware ຕົວໃໝ່ນີ້ມີຊື່ວ່າ Petya ຫຼື Petrwrap ໄດ້ແພ່ກະຈາຍເປັນວົງກວ້າງໃນຢູເຄນ ແລະມີລາຍງານວ່າໜ່ວຍງານລັດກໍ່ຖືກໂຈມຕີຫຼາຍໜ່ວຍງານ ຈົນໄປຮອດ ທະນາຄານກາງ,ບໍລິສັດສື່ສານ,ເຄື່ອຂ່າຍລົດໄຟຟ້າໃຕ້ດິນ,ສະໜາມບິນ Boryspil ໃນເມືອງ Kiev ແລະ ຄອມພິວເຕີທີ່ໂຮງໄຟຟ້ານິວເຄລຍ Chernobyl ກໍ່ຕິດໄວຣັສນີ້ຈົນຕ້ອງປ່ຽນມາມໍນິເຕີລະດັບ ແບບແມນນວລ ແທນ

ນອກຈາກນີ້ບໍລິສັດຂົນສົ່ງທາງເຮືອ Maersk ຂອງປະເທດເດັນມາກກໍ່ຢືນຢັນວ່າລະບົບໄອທີຂອງບໍລິສັດໄດ້ຖືກໂຈມຕີແລະຕ້ອງປິດລົງ(ແຕ່ບໍໄດ້ລະບຸວ່າເປັນ ransomware) ໃນຂະນະດຽວກັນບໍລິສັດນໍ້າມັນ Rosneft ກໍ່ໄດ້ຮັບຜົນກະທົບເຊັ່ນດຽວກັນ

ຖ້າຫາກຄອມພິວຂອງເຫຍຶ່ອຖືກໄວຣັສນີ້ ເຄື່ອງຈະສະແດງຂໍ້ຄວາມເຕັມຈໍວ່າໄຟລໃນເຄື່ອງຖືກເຂົ້າລະຫັດແລ້ວ ແລະໃຫ້ຈ່າຍເງິນເປັນຕະກຸນບິດຄອຍມູນຄ່າ 300 ໂດລາສະຫະລັດ ເພື່ອແລກກັບກະແຈປົດໄຟລ ແລະຍັງບໍມີລາຍງານວ່າຈະປອດໄພແທ້. ຖ້າວ່າຄອມພິວເຕີຂອງເຮົາຖືກໄວຣັສນີ້ ຫ້າມຈາຍເດັດຂາດ ຖ້າຖືກໄວຣັສນີ້ແລ້ວໃຫ້ກຽມໃຈແລະ ຟໍແມັດເຄື່ອງເລີຍ ເພາະການຈ່າຍເງິນເທົ່າກັບເປັນການສະໜັບສະໜູນກນກະທຳດັງກ່າວ ພວກເຮົາຄວນຝືກການສຳຮອງຂໍ້ມູນໄວ້

ສ່ວນລາຍລະອຽດທາງເທັກນິກນັ້ນຍັງບໍຊັດເຈນວ່າໄວຣັສຕົວໃໝ່ນີ້ຈະແພ່ກະຈາຍແນວໃດ ແຕ່ບໍລິສັດຜະລິດ ຊອຟແວຣ Ariva ໄດ້ທວິດລະບຸວ່າໄວຣັສນີ້ຈະໃຊ້ຊ່ອງວ່າງ EternalBlue ທີ່ຫຼຸດຈາກ NSA ແບບດຽວ Wannacry

ທີ່ມາ: The verge
ຮຽບຮຽງໂດຍ: THUATHOUKTHID

ไม่มีความคิดเห็น