ອາຄານທີມີຮູບຊົງ ບິດເປັນກຽວ ນີ້ອອກແບບມາເພື່ອ ດູດການປ່ອຍກາສ ຄາບອນໄດອອກໄຊ

ອາຄານນີ້ມີຊື່ວ່າ  Tao Zhu Yin Yuan ທາວເວີ ຕັ້ງຢູ່ ໄທເປ ປະເທດໃຕ້ຫວັນ ອອກແບບໂດຍສະຖາປານິກ Vincent Callebaut
ເປັນໂຄງການໃໝ່ທີ່ກຳລັງຈະເປີດໃຫ້ບັນດານັກທ່ອງທ່ຽວໄດ້ ຊີມລົດຊາດອາຫານ ພ້ອມກັບການດູດດື່ມ ບັນຍາກາດທ່າມກາງໝອກ ແລະໄດ້ອອກແບບບັນຍາກາດທີ່ຮົ່ມເຢັນ ອອມຮອບອາຄານດ້ວຍການປູກຕົ້ນໄມ້ແລະໄມ້ຟຸ່ມຫຼາຍກວ່າ 23,000 ຕົ້ນ ໂດຍການນໍາຕົ້ນໄມ້ມາຕົກແຕ່ງບໍລິເວນໜ້າອາຄານ,ຫຼັງຄາ,ລະບຽງ.ພາຍໃນອາຄານມີຫ້ອງພັກທີ່ ຫຼູຫຼາ ຫຼາຍກວ່າ 40 ຫ້ອງ.
ນອກຈາກນີ້ພືດອອມຮອບອາຄານສາມາດດູດ ການປ່ອຍກາສ ຄາບອນໄດອອກໄຊ ໄດ້ຫຼາຍກວ່າ 130 ໂຕ່ນ ຕໍ່ປີຫຼລື່ເທົ່ກັບການ ປ່ອຍກາສ ຄາບອນໄດອອກໄຊ ອອກຈາກລົດຈຳນວນ 27 ຄັນ
ອາຄານ Tao Zhu Yin Yuan ທາວເວີ ເລີ່ມກໍ່ສ້າງໃນປີ 2013 ມີກໍານົດເປີດໃຫ້ບໍລິການໃນເດືອນ ກັນຍາ ປີ 2017





ພາຍໃນອາຄານມີສິ່ງອໍານວຍຄວາມສະດວກຫຼາຍຢ່າງ ມີສະລອຍນໍ້າຂະໜາດໃຫຍ່ ສູນອອກກຳລັງກາຍ
ບັນຍາກາດພາຍໃນ









ไม่มีความคิดเห็น