ຈ້າງສາວແກ້ເຄື່ອງເຕັ້ນປະທ້ວງ “ທະນາຄານຣັດເຊຍ” ບໍລິການບໍ່ດີ
ລູກຄ້າໜຸ່ມອົດບໍ່ໄຫວ
ທະນາຄານບໍລິການ ບໍ່ດີຈ້າງສາວແກ້ເຄື່ອງເຕັ້ນປະທ້ວງກາງສຳນັກງານ ພ້ອມກັບບອກວ່າ “ພະນັກງານທະນາຄານຄວນບໍລິການລູກຄ້າແບບນີ້”
ເວັບໄຊຂ່າວອັງກິດ ເດີຊັນ
ລາຍງານຈາກມົດສະກູ ປະເທດຣັດເຊຍ ໃນວັນທີ 7 ກໍລະກົດ ລູກຄ້າໜຸ່ມຊາວຣັດເຊຍທີ່ບໍ່ໄດ້ຮັບການລະບຸຊື່ເບື່ອກັບພຶດຕິກໍາເຈົ້າໜ້າທີ່ທະນາຄານ
Sberbank ສາຂາໃນມົດສະກູ ເມືອງຫຼວງຂອງປະເທດ
ຈຶ່ງໄດ້ຈ້າງນັກເຕັ້ນລະບໍາແກ້ເຄື່ອງສອງຄົນ ມາເຕັ້ນໂຊວກາງສາຂາດັ່ງກ່າວ.
ພາບແລະວີດີໂອໄດ້ສະແດງໃຫ້ເຫັນເຫດການຈັງຫວະທີ່ລາວພານັກເຕັ້ນສາວເຂົ້າມາໃນທະນາຄານແລະຮ້ອງສຽງດັງຂື້ນວ່າ:
“ພວກເຈົ້າບໍລິການລູກຄ້າແບບບໍ່ມີເມດຕາແລະເຢັນຊາ ຂ້ອຍຕ້ອງການສະແດງໃຫ້ພວກເຈົ້າເຫັນວ່າຄວນບໍລິການລູກຄ້າແນວໃດ?”
ຈາກນັ້ນກໍ່ເລີ່ມເປີດເພັງແລະນັກເຕັ້ນກໍ່ເລີ່ມແກ້ເຄື່ອງຈົນເຫຼືອແຕ່ຊຸດຊັ້ນໃນ.




Post a Comment