Microsoft ຢືນຢັນ ຊອສໂຄ້ດ windows ຫຼຸດສູ່ອິນເຕີເນັດແທ້
ຈາກຂ່າວ ມີໄຟລຊອສໂຄ້ດບາງສ່ວນຂອງ
windowns 10 ຂະໜາດ 32TB ຫຼຸດອອກສູ່ອິນເຕເນັດ ໂຄຊົກຂອງ Microsoft ອອກມາຊີ້ແຈງກັບ
The Verge ວ່າທີມງານຂອງໄມໂຄຣຊອຟໄດ້ກວດສອບໄຟລທີ່ຫຼຸດອອກມາແລ້ວພົບວ່າມີ
ຊອສໂຄ້ດ ບາງສ່ວນຈາກໂຄງການ Shared Source ທີ່ໄມໂຄຣຊອຟ
ສົ່ງໃຫ້ partner ແທ້
ແນວໃດກໍ່ຕາມ The Verge ກວດສອບວ່າຂະໜາດໄຟລ 32TB ຕາມທີ່່ The Register ອ້າງເຖິງນັ້ນບໍ່ຖືກຕ້ອງແລະຊອສໂຄ້ດທີ່ຫຼຸດອອກມານັ້ນມີໜ້ອຍຫຼາຍແລະຍັງເປັນຊອສໂຄ້ດທີ່ໄມໂຄຣຊອຟແຊຣໃຫ້ partner ແລະລູກຄ້າບາງລາຍຢູ່ແລ້ວບໍ່ໄດ້ມີຄວາມສຸດຍອດຫຍັງເລີຍ
ສ່ວນທາງ Bate
Archive ລະບຸວ່າໄຟລຊອສໂຄ້ດຂະໜາດພຽງແຕ່
1,2GB ແລະ ທາງເວັບໄດ້ລົບອອກໄປເອງ
ໂດຍທີໄມໂຄຣຊອຟບໍ່ໄດ້ມາກົດດັນຫຍັງ
ທີ່ມາ The verge

Post a Comment