ສໄນເປີແຄນາດາ ສ້າງສະຖິຕິໂລກ ສັງຫານກຸ່ມໄອເອສ ຈາກໄລຍະ3,5 ກມ





ສໄນເປີກອງທັບແຄນາດາ ຍິງສະມາຊິກໄອຊິສຕາຍ 2 ລາຍລະຫວ່າງຮ່ວມພາລະກິດບຸກຍຶດເມືອງໂມຊູລ ໃນອີຣັກ ທຳລາຍສະຖິຕິເກົ່າຂອງໜ່ວຍອັງກິດທີ່ເຄີຍສ້າງໄວ້ໃນ

ສຳນັກຂ່າວ CNN ໄດ້ລາຍງານເຖິງເລື່ອງລາວຂອງທະຫານໜ່ວຍສໄນເປີໃນກອງທັບແຄນາດາທີ່ສາມາດໃຊ້ອາວິດປິດຊີວິດຂອງຜ້ກໍ່ການຮ້າຍໃນເມືອງໂມຊູລຂອງອີຣັກໄດ້ 2 ລາຍ ທີຢູ່ໄກເຖິງ 3,5 ກິໂລແມັດ

ໂດຍລາຍງານໄດ້ເປີດເຜີຍວ່າ ທະຫານແມ່ນປືນສັງກັດໜ່ວຍປະຕິບັດການພິເສດຂອງແຄນາດາ ໄດ້ໃຊ້ປືນໄຣເຟີລສໄນເປີ  McMillan TAC-50 ໂດຍຍິງຈາກບ່ອນສູງ ແນໃສ່ເປົ້າໝາຍສະມາຊິກໄອຊິສ 2 ລາຍໃນລະຫວ່າງທີ່ປະຕິບັດການຍຶດເມືອງໂມຊູລໃນອີຣັກ ໂດຍໃຊ້ເວລາບໍ່ຮອດ 10 ນາທີ ລູກປືນກໍ່ໄດ້ຂ້າຊີວິດຜູ້ກໍ່ການຮ້າຍທັງ 2 ຄົນ

ຈາກເຫດການທີ່ເກີດຂື້ນໄດ້ທຳລາຍສະຖິຕິການຍິງປືນໄລຍະໄກຂອງ ເຄຣກ ແຮຣິສັນ ທະຫານຂອງລາດຊະອານາຈັກ ທີເຄີຍບັນທຶກໄວ້ 2,474 ແມັດ ຈາກການຍິງປິດຊີວິດສະມາຊິກຕິດອາວຸດຂອງຕາລີບັນໃນປີ2010

ສຳຫຼັບການໃຊ້ສໄນເປີສຸມສັງຫານໃນໄລຍະໄກໄດ້ຜົນດີກ່ອນການໃຊ້ເຮືອບິນຖິ້ມລະເບີດ ເພາະວ່າມີຄວາມເເມ່ນ ປະຊາຊົນບໍ່ຖືກລູກຫຼົງແລະຍັງເປັນການທຳລາຍຂວັນກຳລັງໃຈຂອງຝ່າຍກົງກັນຂ້າມ ແລະ ຈັບຫາທິດທາງການຍິງໄດ້ຍາກ

ไม่มีความคิดเห็น