CNN ສົ່ງນັກສເກັດຊພາບໄປເກັບຂ່າວ ຫຼັງຈາກທຳນຽບຂາວສັ່ງຫ້າມບັນທືກພາບ



ຍັງຮັກສາມາດຕະຖານສະເໝີ ສຳລັບລັດທະບານພາຍໃຕ້ການນຳພາຂອງ ປະທານາທິບໍດີໂດນັລທຣັມ ໃນເລື່ອງຂອງຄວາມສຳພັນກັບສື່ມວນຊົນທີ່ບໍ່ຄ່ອຍດີປານໃດ ເພາະວ່າລ່າສຸດທຳນຽມຂາວມີຄຳສັ່ງຫ້າມສື່ມວນຊົນບັນທຶກພາບການຖະແຫຼງຂ່າວ ທ່າມກາງສຽງຄັດຄ້ານຈາກປະຊາຊົນແລະສະມາຄົມຜູ້ສືບຂ່າວທີ່ອອກຖະແຫຼງການວ່າ ຊາວອາເມຣິກາແລະປະຊາຊົນມີສິດແລະສົມຄວນທີຈະໄດ້ຮັບຟັງການຕອບຄຳຖາມຈາກເຈົ້າໜ້າທີ່ລະດັບສູງ ເພື່ອຄວາມໂປ່ງໃສແລະຖືກຕ້ອງຕາມຫຼັກການຂອງບົດບັນຍັດໃນລັດຖະທຳມະນູນ



ລ່າສຸດ ສະຖານນີຂ່າວໂທລະພາບຍັກໃຫຍ່ CNN ຈື່ງຂໍແກ້ເກມທຣັມດ້ວຍການເອີ້ນຕົວ Bill Hennessy ມືສເກັດຊພາບສີມືດີ ທີ່ປົກກະຕິຈະເຮັດວຽກຢູ່ໃນຫ້ອງພິຈາລະນາຄະດີຂອງສາສນ ໃຫ້ໄປທຳນຽບເພື່ອຄຳຖະແຫຼງການແລະສເກັດຊພາບຂອງ Sean Spicer ໂຄສົກປະຈຳທຳນຽບຂາວເຊິ່ງ CNN  ນຳພາບສເກັກຊແລະສຽງທີ່ໄດ້ຈາກການບັນທືກພາບເປີດອອກອາກາດໃນລາຍການຂ່າວຊ່ວງບ່າຍທີ່ຜ່ານມາແລະຍັງຢໍ້າຕະຫຼອດວ່າທຳນຽບຂາວບໍ່ອານຸຍາດໃຫ້ບັນທືກພາບການຖະແຫຼງຂ່າວ

Bill Hennessy



ຕັ້ງແຕ່ໂດນັລ ທຣັມ ເຂົ້າຮັບຕຳແໜ່ງຜູ້ນຳປະເທດກໍ່ປ່ຽນແປງກົດການຖະແຫຼງຂ່າວໃນທຳນຽບຂ່າວຫຼາຍຢ່າງເຊັ່ນ: ຫ້າມບັນທຶກພາບການຖະແຫຼງຂ່າວ ບາງຄັ້ງກໍ່ຫ້າມບັນທຶກສຽງນຳ ນອກຈາກນີ້ຍັງບໍຈັດການຖະແຫຼງຂ່າວທຸກມື້ຄືເກົ່າທີ່ຜ່ານມາ ແລະຍັງຂຽນຂໍ້ຄວາມຜ່ານທວິດເຕີສ່ວນຕົວ ດ່າກຣາດເມຊັ່ນເຈາະຈົງໄປຫາສຳນັກຂ່າວໃຫຍ່ເປັນຕົ້ນແມ່ນ CNN, NBC,ABC,CBS ແລະ New York Time ວ່າມັກກໍ່ຂ່າວເປັນສັດຕູຂອງຊາວອາເມຣິກາ

ไม่มีความคิดเห็น