salah ຫວັງຄວ້າແຊມກັບ Liverpool


ຫຼັງຈາກທີ່ໂມຮາເໝັດ ຊາລາຫ ຍາຍເຂົ້າມາເປັນນັກເຕະໃຫມ່ຂອງລີເວີພູລກໍ່ເລີມຍອດຄຳຫວານໃສ່ແຟນໆໃຫ້ຮູ້ສຶກຊື່ນໃຈທັນທີ ໂດຍເມສຊີອີຢິບໄດ້ບອອກເອງວ່າ ລາວຕ້ອງການໃຫ້ຕົ້ນສັງກັດໃໝ່ປະສົບຜົນສຳເລັດເປັນແຊມໃຫ້ໄດ້ຢ່າງໜ້ອຍໜື່ງລາຍການເພື່ອຕອບແທນຄວາມຮັກຈາກແຟນບານທີ່ມີໃຫ້ຕະຫຼອດມາ

"ຂຸມກໍາລັງຂອງພວກເຮົາຕອນນີ້ຖືວ່າດີຫຼາຍແລ້ວ ຂ້ອຍເຫັນວ່າມີນັກເຕະເກັ່ງໆຫຼາຍໆຄົນແລ້ວ ແລະທີຢາກບອກຄືຂ້ອຍຕິດຕາມເບິ່ງພວກເຂົາລົງແຂ່ງມາຫຼາຍເກມໃນປີທີ່ຜ່ານມາ ພວກເຂົາສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທຸ່ມເທ"
"ຂ້ອຍວ່ານັກເຕະໄດ້ເຫັນວ່າຜູ້ຈັດການທີມທຸ່ມເທສໍ່າໃດ ເລີຍມອບສິ່ງນັ້ນກັບໄປໃຫ້ ແລະ ຂ້ອຍກໍ່ຫວັງວ່າຈະເປັນແຊມໄດ້ຈັກລາຍການໜຶ່ງເພື່ອຕອບແທນສະໂມສອນແລະແຟນບານທີ່ສະໜັບສະໜູນຕະຫຼອດມາ"

ไม่มีความคิดเห็น