ເປີດສາຍດ່ວນກຳມະບານ 1512 ແລະ ເຟສບຸກທາງການຂອງ ສູນກາງສະຫະພັນກຳມະບານລາວ

ຂປລ. ສູນ​ກາງ​ສະຫະ​ພັນ ​ກຳມະບານ​ລາວ ​​ເປີດ​ໃຫ້​ບໍລິການ​ ເບີ​ໂທລະສັບ​ສາຍ​ດ່ວນ 1512 ​ແລະ ສື່​ທາງ​ເຟສບຸກ (Facebook) ​ໂດຍ​ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ ກຳມະບານ​ລາວ ສະບັບ​ເລກທີ 106/ ສພຊ ລົງ​ວັນ​ທີ 27/12/2016 ​ແລະ ການ​ອະນຸມັດ ​ເບີ​ສາຍ​ດ່ວນ 4 ຕົວ​ເລກ 1512 ຈາກ​ກົມ​ໂທລະສັບກະຊວງໄປ​ສະ​ນີ ໂທລະ​ຄົມມະ​ນາ​ຄົມ ​ແລະ ການ​ສື່ສານ ສະບັບ​ເລກທີ 197/ກທລ, ລົງ​ວັນ​ທີ 10/2/2017 ​​ເພື່ອ​ໃຫ້​​ຄຳ​ປືກສາແກ່​ສະມາຊິກ​ກຳມະບານ, ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ.
ທ່ານ ສີ​ມູນ ອຸ່ນ​ລາສີ ຮອງ​ປະທານ ສູນ​ກາງ​ສະຫະ​ພັນກຳມະບານ​ລາວ ​ໄດ້​ກ່າວ​ໃນ​ງານ​ຖະ​ແຫ​ລ່ງຂ່າວ​ ເປີດ​ໃຫ້​ບໍລິການ​ເບີ​ໂທ​ດັ່ງກ່າວ, ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ​ວ່າ: ຈຸດປະສົງ ​ໃນ​ການ​ເປີດ​ໃຫ້​ບໍລິການ​ນີ້ ​ເພື່ອ​ໃຫ້​ມີ​ຄວາມ​ສະດວກ, ວ່ອງ​ໄວ ​ແລະ ທັນ​ສະ​ໄໝ ​ແທດ​ເໝາະກັບ​ຍຸກ​ການ​ສື່ສານ​ທີ່ບໍ່​ມີ​ພົມ​ແດນ ​ໃຫ້​ແກ່​ສະມາຊິກ​ກຳມະບານ​ລາວ, ກຳມະກອນ​ລາວ ​ແລະ ຊາວ​ຜູ້​ອອກ​​ແຮງ​ງານ​ໃນ​ທົ່ວ​ປະ​ເທດ ​ໄດ້​ເຂົ້າ​ເຖິງ​ວຽກ​ງານ​ກຳມະບານ, ວຽກ​ງານ​ແຮງ​ງານ​, ສາຍ​ພົວພັນ​ແຮງ​ງານ​ທີ່​ດີ ​ເພື່ອ​ຕອບ​ຂໍ້​ຂ້ອງ​ໃຈ, ​ໃຫ້​ຄຳ​​ແນະນຳ​ທີ່​ຖືກຕ້ອງ ​ແລະ ​ໃຫ້ການ​ຊ່ວຍ​ເຫລືອ​ ໂດຍສອດ​ຄ່ອງ​ກັບ​ກົດ​ໝາຍ​ແຫ່ງລັດຂອງ ສປປ ລາວ ​​ເປັນຕົ້ນ ກົດໝາຍ​ແຮ​ງງານ, ກົດໝາຍ​ກຳມະບານ​ລາວ, ກົດໝາຍ​ປະກັນ​ສັງຄົມ, ກົດໝາຍ​ຕ້າ​ນການ​ຄ້າ​ມະນຸດ ​ແລະ ບັນດາ​ນິຕິ​ກຳຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ການ​ປົກ​ປ້ອງ​ສິດ, ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຂອງ​ສະມາ​ຊິກ​ກຳມະບານ, ກຳມະກອນ ​ແລະ ຊາວ​ຜູ້​ອອກ​​ແຮງ​ງານ.
ທ່ານ ສີ​ມູນ ອຸ່ນ​ລາສີ ກ່າວ​ຕື່ມ​ວ່າ: ສຳລັບ​​ເບີ​ໂທສາຍ​ດ່ວນ 1512 ມີ​ຄວາມໝາຍວ່າ 15 ໝາຍ​ເຖິງ​ວັນ​ສ້າງຕັ້ງວັນ​ກຳມະກອນ​ສາກົນ (ວັນ​ທີ 1ພຶດສະພາ),​ 12 ໝາຍ​ເຖິງ​ວັນ​ສ້າງຕັ້ງ ອົງການ​ກຳມະ ານ​ລາວ (ວັນ​ທີ 1​ ກຸມພາ), ​ເຊິ່ງສາມາດ​ໂທ​ເຂົ້າ​​ໄດ້ທຸກ​ເຄືອ​ຄ່າ​ຍຂອງ​ລະບົບ​ໂທລະສັບ​ໂດຍ​ບໍ່​ເສຍ​ຄ່າ ແຕ່​ວັນ​ຈັນ–ສຸກ ນັບ​ແຕ່​ເວລາ 8:00–16:00. ພ້ອມ​ນີ້, ​ຍັງສາມາດ​ຕິດ​ຕໍ່​ເບິ່ງ​ຂໍ້​ມູນ​, ມີ​ຄຳ​ເຫັນ ຫລື ຕັ້ງຄຳ​ຖາມ​ ເພື່ອ​ສອບ​ຖາມ​ກ່ຽວ​ກັບ​ ວຽກ​ງານ​ດ້ານ​ແຮງ​ງານ ​ແລະ ກຳມະບານ​ຜ່ານ​ທາງ Facebook ຂອງ​ສູນ​ກາງ​ສະຫະພັນ​ ກຳມະບານ​ລາວ ​ຕະຫລອດ 24 ຊົ່ວ​ໂມງ ​ໂດຍ​ພິມ​ຄຳ​ວ່າ ສູນ​ກາງ​ສະຫະພັນ ​ກຳມະ​ບານ​ລາວ ​ເຂົ້າ​ໃນ​ໂປ​ແກມ Facebook.
ຂໍ້ມູນຈາກ: ຂປລ

ไม่มีความคิดเห็น