ໜຸ່ມຈີນໝັ້ນໃຈສຸດແກ້ເຄື່ອງໃສ່ແຕ່ເກີບແຕະຂື້ນລົດໄຟ
ວັນພີຊຂອງແທ້ເດີນິ
ຊາຍໜຸ່ມຮ່ອງກົງ ໝັ້ນໃຈສຸດແກ້ເຄື່ອງໃສ່ແຕ່ເກີບແຕະຂື້ນລົດໄຟໃຕ້ດິນໃນຊົ່ວໂມງທີ່ຜູ້ຄົນກຳລັງຟ້າວຟັ່ງ
ອ້າງເຫດຜົນວ່າກຳລັງຢູ່ໃນໂລກ”ເກມ” ຂອງຕົນຂໍໃຫ້ຄົນອື່ນຢ່າມາຫຍຸ້ງ
ໃນວັນທີ່ 27 ກໍລະກົດ
ເວັບໄຊຂ່າວຈີນ ”ເຊົາ
ໄຊນ່າ ມໍນິ່ງ ໂພສ” ລາຍງານຈາກເຂດບໍລິຫານຮ່ອງກົງວ່າ
ມີຊາຍໜຸ່ມຊາວຮ່ອງກົງໃນໄວ 20 ປີ ສຸດໝັ້ນໃຈແກ້ເຄື່ອງໃສ່ແຕ່ ວັນພີຊ (One piece) ຫຼືເກີບເເຕະຄູ່ດຽວຍ່າງຕາມຖະໜົນ ຮັນໂຄ
ຍ່ານຈີມຊາຈຸ່ຍ ເຊີ່ງເປັນເຂດທ່ອງທ່ຽວຊື່ດັງ ລາວຍ່າງໄປກົດເງິນທີ່ຕູ້ ATM ຈາກນັ້ນຈຶ່ງຂື້ນລົດໄຟໃຕ້ດິນໄປບໍລິເວນດັ່ງກ່າວໃນຊ່ວງ 19 : 00 ຄໍ່າ ໃນຂະນະທີ່ປະຊາຊົນຈໍານວນຫຼາຍກໍາລັງໂດຍສານລົດໄຟໃຕ້ດິນເພື່ອກັບບ້ານ
.
ໃນຕົວຂອງລາວມີພຽງແຕ່ໂທລະສັບມືຖືແລະກະເປົ໋າເງິນ
ເນື່ອງຈາກຮ່າງກາຍທີເປືອຍໝົດໂຕເຮັດໃຫ້ຜູ້ໂດຍສານເທິງລົດໄຟໃຕ້ດິນຕ້ອງ
ຕະລຶງ ຈົນເຮັດໃຫ້ມີຜູ້ໂດຍສານໂທແຈ້ງເຈົ້າໜ້າທີ່
ເຮັດໃຫ້ຫຼັງຈາກນັ້ນລາວໄດ້ຖືກຈັບກຸມທີ່ສະຖານນີ Admiralty ຂະນະນັ້ນຊາຍໜຸ່ມຄົນນີ້ຍັງສຽບສາຍຟັງຫູເພື່ອຟັງເພັງແບບບໍ່ສົນໃຈສາຍຕາຄົນອອບຂ້າງ
ເມື່ອເຫັນເຈົ້າໜ້າທີ່ກຳລັງຈະມາຈັບກຸມຈື່ງທໍາທ່າປັ່ນປ່ວນ ແລະ
ບອກວ່າລາວຈະລົງທີ່ສະຖານນີ Hang Hau ຂໍໂດຍສານໄປອີກ ແຕ່ເມື່ອຮອດສະຖານນີ North Point ເຈົ້າໜ້າທີ່ກໍ່ຈັບກຸມຕົວໄປສືບສວນພຶດຕິກໍາພາຍຫຼັງຈື່ງຮູ້ວ່າຜູ້ກ່ຽວອາໄສຢູ່
ເຂດເຈິ້ງກວນໂອ.
ຂອບໃຈພາບຈາກ: Singpao.com



Post a Comment