“ສະຫະລັດ” ໂມໂຫທີ່ “ຣັດເຊຍ” ເນລະເທດເຈົ້າໜ້າທີທູດ 755 ຄົນ
ລັດທະບານວໍຊີງຕັນ
ຜິດຫຫວັງຢ່າງໃຫຍ່ ຕໍ່ການກະທໍາຂອງປະທານາທິບໍດີຣັດເຊຍຕອບໂຕ້ມາດຕະການ ຄວໍ່າບາດ
ດ້ວຍການເນລະເທດເຈົ້າໜ້າທີກນທູດຂອງສະຫະລັດ 755 ຄົນອອກນອກປະເທດພາຍໃນວັນທີ່ 1 ກັນຍາ
ນີ້
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງວໍຊີງຕັນ
ປະເທດສະຫະລັດອາເມຣິກາ ໃນວັນທີ່ 30 ກໍລະກົດ ວ່າກຊວາງການຕ່າງປະເທດສະຫະລັດສະແດງ “ຄວາມຜິດຫວັງຢ່າງຍິ່ງ” ແລະວິຈານວ່າຮັດເຊຍໃຊ້ມາດຕະການທີ ບໍສົມຄວນ
ດ້ວຍການສັ່ງເຈົ້າໜ້າທີການທູດຂອງຕ່າງຊາດຫຼາຍທີ່ສຸດໃນປະຫວັດສາດຍຸກໃຫມ່
ໂດຍລັດທະບານວໍຊີງຕັນກໍາລັງປະເມີນຜົນກະທົບແລະຄວາມເສຍຫາຍທີ່ອາດຈະເກີດຂື້ນ
ລວມເຖິງອາດມີມາດຕການຕອບໂຕ້ຕໍ່ເລື່ອງນີ້ໃຮອານາຄົດ
ເຖິງວ່າທາງການສະຫະລັດຍັງປະຕິເສດຢືນຢັນ”ຈໍານວນທີ່ແນ່ນອນ” ຂອງບຸກຄະລກອນດ້ານການທູດ ແຕ່ລາຍງານໃນປີ 2013
ລະບຸວ່າລັດຖະບານວໍຊີງຕັນມີເຈົ້າໜ້າທີ່ການທູດໃນຣັດເຊຍ
1,279 ຄົນ ຈາກໜ່ວຍງານໃນສັງກັດຂອງລັດຖະບານວໍຊີງຕັນ
ກະຈາຍກັນເຮັດວຽກໃນສະຖານທູດປະຈໍາກຸງມົດສະກູແລະອີກ 3
ແຫ່ງໃນນະຄອນເຊນປີເຕີເບີກ,ເມືອງເຍຄາເທີເບີກ ແລະ ເມືອງວລາດີວໍສຕັອກ
ການທ່າທີດັ່ງກ່າວຂອງລັດຖະບານວໍຊີງຕັນມີຂື້ນຫຼັງປະທານາທິບໍດີ
ດິວລາດີເມຍ ປູຕິນ ໃຫ້ສໍາພາດກັບສະຖານນີໂທລະພາບ ຣອສຊິຍາ-24 ໃນວັນອາທິດວ່າ “ເຈົ້າໜ້າທີ່ດ້ານການທູດຂອງສະຫະລັດ 755 ຄົນ
ຕ້ອງຍຸດຕິການປະຕິບັດໜ້າທີ່ແລະເດີນທາງອອກຈາກລັດເຊຍ” ແລະການຟື້ນຟູຄວາມສໍາພັນຂອງສອງປະເທດ
”ບໍ່ໜ້າເກີດຂື້ນໃນອານາຄົດອັນໃກ້ນີ້”
ຂະນະດຽວກັນຜູ້ນໍາລັດເຊຍກ່າວດ້ວຍວ່າ ລັດບາລມົດສະກູອາດຈໍາກັດພື້ນທີ່ປະຕິບັດການທູດຂອງສະຫະລັດອີກໃນອາຄົດ
ແຕ່ຍັງຫວັງວ່າຈະບໍຕ້ອງກະທໍາແນວນັ້ນ
ແຕ່ປູຕິນ ບໍໄດ້ກ່າວໃຊ້ປັດໃຈໃດໃນການຄໍານວນແລະຕັດສິນຂັບເຈົ້າໜ້າທີ່ການທູດຂອງສະຫະລັດຫຼາຍເຖິງ
755 ຄົນ ແຕ່ກ່າວພຽງວ່າ ຮອດເວລາທີ່ຕ້ອງສະແດງທ່າທີແລ້ວ
ກະຊວງການຕ່າງປະເທດຣັດເຊຍອອກຖະແຫຼງການໃນວັນສຸກທີ່ຜ່ານມາ
ລະບຸວ່າຕ້ອງການໃຫ້ສະຫະລັດລົດຈໍານວນເຈົ້າໜ້າທີ່ການທູດໃນປະເທດໃຫ້ເຫຼືອ “ໃນຈໍນວນທີ່ເທົ່າກັນ”ກັບເຈົ້າໜ້າທີ່ການທູດຂອງຣັດເຊຍໃນສະຫະລັດຄື 455 ຄົນພາຍໃນວັນທີ 1 ກັນຍານີ້


Post a Comment