ຈັບຕາຍ 3 ຄົນຮ້າຍຄາສານ ຄະດີຂ້າ 17 ສົບທີ່ປະເທດຣັດເຊຍ
3 ຈໍາເລີຍໃນຄະດີສັງຫານ 17 ສົບ
ຖືກຂ້າຕາຍໃນລະຫວ່າງການຍິງຕໍ່ສູ້ກັນພາຍໃນສານທ້ອງຖິ່ນມົດສະກູປະເທດຣັດເຊຍ
ຍ້ອນພະຍາຍາມຍາດປືນຕໍາຫຼວດແລະຫາທາງຫຼົບໜີ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງມົດສະກູ່ປະເທດຣັດເຊຍໃນວັນທີ່
1 ສິງຫາ ວ່າ ຕໍາຫຼວດທ້ອງຖິ່ນໃນກຸງມົດສະກູ່ຖະແຫຼງວ່າ
ເກີດເຫດຍິງກັນພາຍໃນສານທ້ອງຖິ່ນມົດສະກູ່ໃນວັນອັງຄານທີ່ 1 ສິງຫາ ໂດຍຄົນຮ້າຍຜູ້ກໍ່ເຫດຄືຈໍາເລີຍ5
ຄົນ ໃນຄະດີສັງຫານ 17 ສົບຖືກນໍາຕົວໄປຂື້ນສານ.
ໃນລະຫວ່າງທີ່ຢູ່ໃນລິຟເພື່ອໄປສູ່ຫ້ອງພິຈາລະນາຄະດີໃນອາຄານຍຸດຕິທໍາສານ
ຊອຟຍາ ຣູບາສສກາຍາ ທີ່ກຸງມົດສະກູ່ປະເທດຣັດເຊຍ ປະກົດວ່າ ຈໍາເລີຍທັງ 5 ຖືກໃສ່ກັບມື
ໜຶ່ງໃນຄົນຮ້າຍໄດ້ທຳຮ້າຍແລະບີບຄໍຕໍາຫຼວດ ເພື່ອຫາທາງຫຼົບໜີ ເມືອລິຟຮອດຊັ້ນ 3
ຂອງອາຄານເຈົ້າໜ້າທີ່ໄດ້ເປີດສາກຍິຄົນຮ້າຍ ຜົນສຸດທ້າຍຈໍາເລີຍ 3 ຄົນເສຍຊີວິດແລະ 2
ຄົນບາດເຈັບ ສ່ວນທາງຕໍາຫຼວດເຈັບໜື່ງຄົນແລະຖືກນໍາສົ່ງໂຮງໝໍແລະນອກຈາກນັ້ນໜ່ວຍຮັກສາຄວາມປອດໄພຄຸ້ມກັນລົດຈໍເລີຍຍັງໄດ້ຮັບບາດເຈັບອີກດ້ວບ
ຈາກຄໍາບອກເລ່າຂອງພະຍານລະບຸວ່າໄດ້ຍິນສຽງປືນດັງກວ່າ
20 ນັດເຫັນເຈົ້າໜ້ທີ່ຍິງໄດ້ຮັບບາດເຈັບທີາບໍລິເວນໃບໜ້າແລະມີເລືອດອອກເຕັມໜ້າ
ຫຼັງຈາກສຽງປືນສິ້ນສຸດລົງທຸກຄົນພາຍໃນສານກໍແລ່ນໜີເພື່ອຄວາມປອດໄພແລະຕ້ອງເລື່ອນການພິຈາລະນາຄະດີຂອງທຸກສານອອກໄປກ່ອນ
ຈໍາເລີຍໃນຄະດີນີ້ຖືກສົ່ງຟ້ອງແຕ່ປີ
2016 ເຊິ່ງກ່ຽວພັນກັບເຫດການຂັບລົດໄປຍິງຕາມທ້ອງຖະໜົນ
ຈື່ງໄດ້ຊື່ຕາມທີ່ສື່ມວນຊົນຕັ້ງວ່າ “Grand
Theft Auto” ປານວີດີໂອເກມ

Post a Comment