ຄີມ ຈອງ-ອຶນ ປະກາດຄວາມສຳເລັດທົດສອບ ໄອຊີບີເອັມ “ລຸ່ນອັບເດດ”

ເກົາຫຼີເໜືອປະກາດຄວາມສຳເລັດໃນການທົດສອບປະສິດທິພາບຂອງຂີປະນາວຸດຂ້າມທະວີບຄັ້ງທີ່ 2 ໃນເດືອນນີ້ ແລະ ຈະລວດທີ່ຍິງຄັ້ງລ່າສຸດໄດ້ຮັບການພັດທະນາໃຫ້ສາມາດໂຈມຕີ ທຸກໆທີ່ ໃນສະຫະລັດ
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 29 ກໍລະກົດ ໂດຍອ້າງຈາກລາຍງານຂອງສໍານັກຂ່າວກາງເກົາຫຼີ (ເຄຊີເອັນເອ) ວ່າ  ສະຫາຍ ຄີມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອມີຄວາມພືງພໍໃຈຫຼາຍກັບການປະສົບຜົນສໍາເລັດຢ່າງງົດງາມໃນການທົດສອບຂີປະນາວຸດຂ້າມທະວີບ(ໄອຊີບີເອັນ) ຮວາຊອງ - 14 (ດາວອັງຄານ-14) ທີ່ຜ່ານການພັດທະນາໃຫ້ກ້າວລໍ້າໄປອີກຂັ້ນໃຫ້ມີພິໄຊ ທໍາການຄວບຄຸມແຜ່ນດິນໃຫຍ່ທັງໝົດຂອງສະຫະລັດທີລວມເຖິງເມືອງສໍາຄັນຄືເມືອງ ເດນເວີ ໃນລັດໂຄໂລຣາໂດ ແລະ ເມືອງ ຊິຄາໂກ ໃນລັດອິລລິນອຍສ

ການທົດສອບຄັ້ງນີ້ເກີດຂື້ນໃນຊ່ວງເດິກຂອງຄືນວັນສຸກທີຜ່ານມາຕາມເວລາທ້ອງຖິ່ນ ໂດຍຂີປະນາວຸດຖືກຂື້ນຟ້າຈາກຖານຍິງໃນແຂວງ ຈາກັງ ທີ່ຢູ່ຕອນເໜືອຂອງເກົາຫຼີເໜືອ ເຮັດໃຫ້ຫຼາຍຝ່າຍເກີຄວາມແປກໃຈ ເນື່ອງຈາກລົດຖະບານປຽງຍາງບໍ່ເຄີບຍິງຂີປະນາວຸດອອກຈາກເຂດນີ້ມາກ່ອນ ແລະ ເປັນຄັ້ງທໍາອິດທີມີການທົດສອບໃນໃນເວລາກາງຄືນ ສັນນິຖານວ່າເກົາຫຼືເໜືອອາດຈະຕ້ອງການທົດສອບປະສິດທິພາບຂອງຖານຍິງໃຫມ່ໄປພ້ອມກັນ
ການຖະແຫຼງດ່ວນໃນຕອນກາງຄືນຂອງວັນດຽວກັນ ວ່າການທົດສອບ ໄອຊີບີເອັມ ຂອງເກົາຫຼີເໜືອໃນຄັ້ງນີ້ ທີ່ຖືວ່າເປັນຄັ້ງທີ່ 2 ຫຼັງຈາກການທົດລອງຄັ້ງທໍາອິດໃນວັນທີ 4 ກໍລະກົດ ທີ່ຜ່ານມາຂີປະນາວຸດສາມາດເດີນທາງໃນອາກາດໄດ້ດົນເຖິງ 45 ນາທີ ຫຼາຍກວ່າການທົດສອບຄັ້ງອິດ 6 ນາທີ ສະຖານນີເອັນເອຊເຄ ລາຍງານວ່າຂີປະນາວຸດສາມາດແຕະລະດັບຄວາມສູງ 3,000 ກິໂລແມັດ ຫຼາຍກວ່າການທົດສອບຄັ້ງກ່ອນ 200 ກິໂລແມັດ ແຕ່ຍັງຕົກໃນນ່ານນໍ້າທີ່ເປັນເຂດເສດຖະກິດພິເສດ (ອີອີຊີ) ຂອງຢີ່ປຸ່ນ




ไม่มีความคิดเห็น