ຜູ້ບັນຊາການເຮືອສະຫະລັດຂູ່ໃຊ້ນິວເຄຍຖະຫຼົ່ມຈີນ

ຜູ້ບັນຊາການເຮືອສະຫະລັດຂູ່ໃຊ້ນິວເຄຍຖະຫຼົ່ມຈີນ
ຜູ້ບັນຊາການກອງເຮຶອປາຊີຟິກກອງທັບເຮືອສະຫະລັດປະກາດ ພ້ອມໃຊ້ອາວຸດນິວເຄຍໂຈມຕີຈີນໃນອາທິດໜ້າ ຫາກໄດ້ຮັບຄໍາສັ່ງຈາກປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດ ສ່ວນລັດຖະມົນຕີປ້ອງກັນປະເທດອັງກິດເຜີຍ ອັງກິດມີແຜນສົ່ງເຮືອລົບເຂົ້າສູ່ນ່ານນໍ້າທະເລຈີນໃຕ້ ໃນປີໜ້າ
ສໍານັກຂ່າວເອພີລາຍງານຈາກກຸງ ແຄນເບີຣາ ປະເທດອໍສເຕເລຍ ໃນວັນທີ່ 27 ກໍລະກົດ ວ່າ ພົນເຮືອເອກ ສກອດ ສວິຟ ຜູ້ບັນຊາການກອງເຮືອປາຊີຟິກ ກອງທັບເຮືອສະຫະລັດ ຕອບຄໍາຖາມໃນທາງສົມມຸດ ໃນລະຫວ່າງການປະຊຸມດ້ານຄວາມໝັ້ນຄົງ ທີ່ກອງທັບສະຫະລັດ-ອໍສເຕເລຍ ທາລິສມານ ເຊເບີ 2017 ໃນທະເລນອກຊາຍຝັ່ງອໍສເຕເລຍ ເຊິ່ງການຊ້ອມຮົບຄັ້ງນີ້ຖືກເຝົ້າຈັບຕາເບິ່ງຈາກເຮືອເກັບລວບລວມຂ່າວກອງຂອງ ກອງທັບຈີນ ໃນທະເລຕາເວັນອອກສຽງເໜືອຂອງ ອໍສເຕເລຍ
ຈາກຄໍາຖາມຈາກນັກວິຊາການລາຍໜຶ່ງໃນທີ່ປະຊຸມ ທີ່ວ່າ ລາວຈະໃຊ້ນິວເຄຍໂຈມຕີ ໃນອາທິດໜ້າຫຼືບໍ່ ຫາກໄດ້ຮັບຄໍາສັ່ງຈາກປະທານາທິບໍດີທຣໍາ ພົນເຮືອເອກ ສວິຟ ຕອບວ່າ: ຄໍາຕອບຄືແມ່ນແລ້ວ ແລະ ທະຫານທຸກຄົນໃນສະຫະລັດໄດ້ໃຫ້ຄໍາປະຕິຍານປົກປ້ອງລັດຖະທໍາມະນູນແຫ່ງສະຫະລັດອາເມຣິກາ ຕໍ່ສັດຕູຕ່າງຊ່າແລະໃນປະເທດລວມທັງເຊື່ອຟັງເຈົ້າໜ້າທີ່ແລະປະທານາທິບໍດີໃນຖານະຜູ້ບັນຊາການແລະຜູ້ບັງຄັບບັນຊາ
ການຊ້ອມລົບຮ່ວມ ທາລິສມານ ເຊເບີ ເຊີ່ງມີທຸກໆ 2 ປີ ນີ້ມີເຮືອລົບເຂົ້າຮ່ວມ 36 ລໍາ ລວມເຖິງເຮືອບັນທຸກເຄື່ອງບິນ ຢູເອສເອສ ໂຣນັລ ເຣແກນ ຂອງກອງທັບເຮືອສະຫະລັດ ອາກາດຍານ 220 ລໍາ ແລະທະຫານ 33,000 ສະຫາຍການຊ້ອມຖືກຈັບເບິ່ງໂດຍເຮືອລວບລວມຂ່າວກອງ ໄທປ 815 ຊັ້ນຕົງຕຽວ ຂອງກອງທັບປົດປ່ອຍປະຊາຊົນຈີນ ທີ່ລອຍລໍາຢູ່ໃນເຂດເສດຖະກິດພິເສດ 200 ໄມຈາກຊາຍຝັ່ງ ອໍສເຕເລຍ
ໃນວັນດຽວກັນ ມີລາຍງານວ່າ ສະຫາຍ ໄມເຄີ ຟັລລອນ ລັດຖະມົນຕີປ້ອງກັນປະເທດອັງກິດ ໃຫ້ສໍໍາພາດກັບສໍານັກຂ່າວ ຣອຍເຕີ ທີ່ເມືອງຊິດນີ່ວ່າ ອັງກິດມີແຜນທີ່ຈະສົ່ງເຮືອຮົບໄປໃນນ່ານນໍ້າພິພາທ ທະເລຈີນໃຕ້ໃນປີໜ້າເພື່ອທົດສອບເສລີພາບໃນການເດີນເຮືອ
ແຜນການເຄື່ອນໄຫວຂອງອັງກິດຄາດວ່າຈະສ້າງຄວາມຕືງຄຽດໃນທະເລຈີນໃຕ້ຂື້ນອີກ

ไม่มีความคิดเห็น