LINE ລາຍງານຜົນການດໍາເນີນງານຂອງໄຕມາດທີ່ 2
LINE ລາຍງານຜົນການດໍາເນີນງານຂອງໄຕມາດທີ່
2 ໃນປີ 2017 ຈຳນວນຜູ້ໃຊ້ (MAUs) ທົ່ວໂລກຍັງມີແນວໂນ້ມຫຼຸດລົງຈາກ
214 ລ້ານຄົນໃນໄຕມາດທີແລ້ວຢູ່ທີ່ 207 ລ້ານຄົນ ເມື່ອ ພິຈາລະນາຕະຫຼາດໃນ 3
ປະເທດຫຼັກທີບໍ່ແມ່ນຢີ່ປຸ່ນ (ໄທ,ໄຕ້ຫວັນແລະອິນໂດເນເຊຍ)
ຈໍານວນຜູ້ໃຊິກໍ່ຫຼຸດລົງເຊັ່ນດຽວກັນຈາກ 103 ລ້ານຄົນ ມາຢູ່ທີ່ 99 ລ້ານຄົນ
ສ່ວນຜູ້ໃຊ້ໃນຢີ່ປຸ່ນຍັງຄົງເຕີຍໂຕຈາກ 68 ລ້ານຄົນເປັນ 70 ລ້ານຄົນ
ແຕ່ເຖິງວ່າຈໍານວນຜູ້ໃຊ້ຫຼຸດລົງ
ແຕ່ລາຍໄດ້ຍັງຄົງເຕີບໂຕຕໍ່ເນື່ອງ ພາບລວມລາຍໄດ້ 39,780 ລ້ານເຢນ ເພີ່ມຂື້ນ 17.5% ຈາກຊ່ວງດຽວກັນໃນປີກ່ອນ ຂະນະທີກໍາໄລສຸດທິ
ເຕິບໂຕເຖິງ 187.6% ເປັນ 8,917 ລ້ານເຢນ
ໂຄສະນາ (Official
Account, LINE@) ຍັງເປັນລາຍໄດ້ຫຼັກຂອງ
LINE ທີ່ມີແນວໂນ້ມເຕີບໂຕສູງຕະຫຼອດ ໄຕມາດທີ່ຜ່ານມາເພີ່ມຂື້ນ
38,7 ຂະນະທີລາຍໄດ້ຈາກສະຕິກເກີເພີ່ມຂື້ນ 2,3% ແລະ
ລາຍໄດ້ຈາກເກມຫຼຸດລົງ 11,5%
ຈໍານວນ Official Account ມີຢູ່ 605 ບັນຊີ
ເພີ່ມຂື້ນ 26% ແລະບັນຊີ LINE@ ມີ 5.4
ລ້ານບັນຊີເພີ່ມຂື້ນ 83%
ທີມາ: LINE ແລະ Tech In Asia



Post a Comment