ເລີ່ມແລ້ວ!! ສະຫະລັດຂື້ນບັນຊີດຳ ຈີນ-ລັດເຊຍ 16 ຄົນ ທີ່ເອື້ອເຟື້ອ ເກົາຫຼີເໜືອ ສ້າງອາວຸດນິວເຄຍ



ລັດຖະບານສະຫະລັດ ປະກາດລາຍຊື່ ບຸກຄົນ ແລະ ບໍລິສັດ ສັນຊາດຈີນ ແລະ ລັດເຊຍ ລວມ 16 ຄົນຕ້ອງຖືກມາດຕະການລົງໂທດຈາກສະຫະລັດ ຖານຄົບຄ້າສະມາຄົມ ແລະ ສະໜັບສະໜຸນໃຫ້ເກົາຫຼີເໜືອ ພັດທະນາອາວຸດນິວເຄຍ ອີກທັງພະຍາຍາມຫຼີກລ່ຽງການລົງໂທດຈາກສະຫະລັດ. “ ເປັນເລື່ອງທີ່ຍອມຮັບບໍ່ໄດ້ ທີ່ມີບຸກຄົນ ຫຼື ບໍລິສັດ ໃນຈີນ ແລະ ລັດເຊຍ ແລະ ສະຖານທີ່ອື່ນໆ ເຮັດໃຫ້ເກົາຫຼີເໜືອມີລາຍໄດ້ ສຳລັບພັດທະນາອາວຸດທຳລາຍລ້າງ ແລະ ບັ່ນທອນຄວາມໝັ້ນຄົງໃນພູມິພາກ ” ລັດຖະມົນຕີຊ່ວຍການຄັງສະຫະລັດກ່າວ.

ไม่มีความคิดเห็น