ອີລັກ ປະທະ ໄອເອສ ເດືອດ ໃຫ້ເລືອກຍອມຈຳນົນ ຫຼື ຕາຍຄາເມືອງ ມີຄລິບ!!
ນາຍົກລັດຖະມົນຕີ ອີລັກ ຖະແຫຼງຜ່ານໂທລະທັດວ່າ ກອງທັບ ອີລັກເປີດສາກໂຈມຕີ ກອງກຳລັງລັດອິດສະລາມ (ໄອເອສ) ເພື່ອຍຶດຄືນເມືອງ ທັດ ອາຟາ ທາງຕາເວັນຕົກສຽງເໜືອ ທີ່ຕິດກັບເມືອງ ໂມຊຸນ ທາງຝັ່ງຕາເວັນຕົກແລ້ວ. ກອງກຳລັງອີລັກ ມີກອງທັບສະຫະລັດສະໜັບສະໜູນ ພະຍາຍາມຍຶດ ເມືອງແຫ່ງນີ້ມາຊ່ວງໜຶ່ງແລ້ວຫຼັງ ຍຶດຄືນເມືອງ ໂມຊຸນໄດ້ໃນເດືອນ ກໍລະກົດ ທີ່ຜ່ານມາ ສົ່ງຜົນໃຫ້ນັກລົບໄອເອສ ໜີໄປເມືອງ ທັດ ອາຟາ ທີ່ຫ່າງອອກໄປ 55 km ຜູ້ນຳອີລັກຍັງກ່າວສະເໜີ 2 ທາງເລືອກໃຫ້ ໄອເອສ ຄື ໃຫ້ຍອມຈຳນົນ ຫຼືບໍ່ຈະຖືກສັງຫານຄາເມືອງແຫ່ງນີ້.

Post a Comment