ທຳນຽບຂາວປ່ວນ!! ທຮັມ ຍຸບສະພາທີ່ປືກສາ 2 ຊຸດ ຫຼັງຈາກ CEO ພາກັນລາອອກປະທ້ວງ
ປະທານາທິບໍດີ ໂດໂນລ ທຮັມ ປະກາດຍຸບສະພາທີ່ປືກສາ 2 ຊຸດໄດ້ແກ່ ສະພາການຜະລິດອາເມລິກາ ແລະ ສະພາກົນລະຍຸດແລະນະໂຍບາຍ ຫຼັງຈາກສະມາຊິກໄດ້ພາກັນລາອອກ ປະທ້ວງທ່າທີຂອງ ທຮັມ ທີ່ມີຕໍ່ຄວາມຮຸນແຮງທີ່ເກີດຂື້ນ ໃນເມືອງຊາລັອດວິວ. ຂະນະທີ່ ບາລັກ ໂອບາມ່າ ອາດີດຜູ້ນຳສະຫະລັດ ໄດ້ລົງຂໍ້ຄວາມພ້ອມຮູບພາບຜ່ານ Twitter ຂອງລາວ ເພື່ອຕອບໂຕ້ຄວາມຮຸນແຮງທີ່ເກີດຂື້ນ ເຊີ່ງມີຄົນກົດ ໄລສ ທະລຸ 2.8 ລ້ານເທື່ອ ຖືເປັນສະຖິຕິສູງສຸດຂອງ Twitter ເລີຍ. ທັງນີ້ ທຮັມ ຍັງຖືກວິຈານຢ່າງໜັກ ແລະ ຖືກເບີ່ງວ່າ ມີຈຸດຢືນອ່ຽງເອນໄປທາງ ກຸ່ມຊາດນິຍົມຝ່າຍຂວາ.

Post a Comment